ໃນວັນທີ 15 ກໍລະກົດ 2026 ກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ ໄດ້ຈັດພິທິເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໂຄງການສະໜອງທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ “the Project for Human Resource Development Scholarship (JDS)”, ໂດຍການເຂົ້າຮ່ວມຂອງທ່ານ ປອ. ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ, ມີທ່ານ ຮອງຫົວໜ້າຫ້ອງການ ກະຊວງການເງິນ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການເຊັນສັນຍາຮ່ວມມືດັ່ງກ່າວ ແມ່ນເພື່ອສະໜັບສະໜູນໃຫ້ໃນການສຶກສາໃຫ້ແກ່ ສປປ ລາວ ໂດຍສະເພາະແມ່ນພະນັກງານ-ລັດຖະກອນໄດ້ມີໂອກາດສຶກສາຕໍ່ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ປະເທດຍີ່ປຸ່ນ ໃນມູນຄ່າທັງໝົດ 378,000,000 ເຢັນ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ເດືອນ ມິຖຸນາ 2026 ຈົນເຖິງ ວັນທີ 31 ທັນວາ 2033. ໃນພິທີລົງນາມສັນຍາຮ່ວມຄັ້ງນີ້ ຕາງໜ້າລັດຖະບານ ສປປ ລາວ ເຊັນໂດຍທ່ານ ປອ ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ເຊັນໂດຍ ທ່ານ ນາງ ມິຢາໂກະ ໂຄບາຢາຊິ (Miyako KOBAYASHI ) ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ. ໂຄງການຊ່ວຍເຫຼືອດັ່ງກ່າວ ຈະຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ໄດ້ຮ່ວມເຊັນສັນຍານີ້ ເຊິ່ງຈະຈັດຕັ້ງປະຕິບັດໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ກະຊວງສຶກສາທິການ ແລະ ກິລາ ໂດຍແນໃສ່ການຍົກລະດັບການພັດທະນາຊັບພະຍາກອນມະນຸດໃນຂະແໜງພາກລັດ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ, ດຊິ່ງຈະໄດ້ສຶກສາທີ່ສະຖາບັນ ແລະ ມະຫາວິທະຍາໄລ ທີ່ ປະເທດຍີ່ປຸ່ນ. 


