ໃນວັນທີ 13 ກໍລະກົດ 2026, ກະຊວງການເງິນ ຮ່ວມກັບກະຊວງທີ່ກ່ຽວຂ້ອງ ໄດ້ດຳເນີນກອງປະຊຸມປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການແກ້ໄຂບັນຫາທີຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ຫົວໜ້າຫ້ອງການ ກະຊວງການເງິນ ພ້ອມດ້ວຍ ບັນດາກົມກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ເປັນເອກະພາບ ຕໍ່ກັບບັນຫາທີ່ຕິດພັນກັບການອໍານວຍຄວາມ ສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທີ່ຄົງຄ້າງ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂ ເພື່ອກະກຽມລາຍງານຕໍ່ກອງ ປະຊຸມຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ IV.
ໃນກອງປະຊຸມ ໄດ້ຮັບຟັງການ ລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເປັນຕົ້ນແມ່ນ: ການເກັບຄ່າ ບໍລິການທ່າບົກ; ການຜັນຂະຫຍາຍດໍາລັດ ທ່າບົກ 298/ລບ; ການເກັບອາກອນເຄື່ອນຍ້າຍ ແລະ ສົ່ງອອກສິນຄ້າກະສິກຳ-ເຄື່ອງປ່າ ຂອງດົງ; ການຂະຫຍາຍການນໍາໃຊ້ລະບົບ NSWA+, ການຄຸ້ມ ຄອງນໍ້າໜັກລົດຂົນສົ່ງ, ການເກັບຄ່າທາງ ແລະ ຄ່າປັບໄໝ; ການຂົນສົ່ງສິນຄ້າ ແບບ ລາງສູ່ລາງ ແລະ ການຄຸ້ມຄອງສາງຄ່ຽນຖ່າຍ ສິນຄ້າ, ຕູ້ຄອນເທນເນີ້ ແລະ ອື່ນໆ.
![]() | ![]() |
ພ້ອມນີ້, ບັນດາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ປະກອບຄຳເຫັນ, ປຶກສາຫາລື ຕໍ່ກັບບັນຫາທີ່ຕິດພັນກັບວຽກງານດັ່ງກ່າວໃຫ້ເປັນເອກະພາບກັນ.

