ໃນວັນທີ 10 ກໍລະກົດ 2026 ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ຈັດພິທີ ປະກາດພະນັກງານ-ລັດຖະກອນ ພັກການ-ຮັບອຸດໜູນບຳນານ ປະຈຳງວດ III ປີ 2026, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ ກະຊວງການເງິນ ແລະ ທ່ານ ປອ ພູທອນ ແກ້ວດວງມະນີ ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ, ມີເລຂາຄະນະພັກຮາກຖານ, ກຳມະການຄະນະບໍລິຫານງານພັກ ແລະ ພະນັກງານຫຼັກແຫຼ່ງຂອງພະແນກການເງິນນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ໃນພິທີ ທ່ານ ວຽງຄຳ ຕັນທະລີ ຫົວໜ້າພະແນກນະໂຍບາຍ ແລະ ແຂ່ງຂັນຍ້ອງຍໍ ກົມຈັດຕັ້ງ ກະຊວງການເງິນ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ພັກການ-ຮັບອຸດໜູນບຳນານ ຈຳນວນ 19 ທ່ານ ປະກອບມີ: ທ່ານ ວິລະວົງ ວົງພະຈັນ, ທ່ານ ເຄນສອນ ໄມມົງຍອຍ, ທ່ານ ຄຳປານ ໝື່ນສຸພົມ, ທ່ານ ບຸນທະວີ ວົງຄຳສຸກ, ທ່ານ ນາງ ຈັນທະມາລີ ກຸນລະວົງ, ທ່ານ ໜູຮັກ ພັກດີ, ທ່ານ ສີສະຫວາດ ອຸດົມລິດ, ທ່ານ ວິຊຽນ ວົງສຸວັນ, ທ່ານ ອານຸສົງ ສາຍດາລາ, ທ່ານ ນາງ ຄຳແພງ ພົມມະຈັນ, ທ່ານ ນາງ ສີໃບພອນ ຫຼວງຜ່ານ, ທ່ານ ນາງ ກົງນາລີ ວົງໄຊ, ທ່ານ ບົວພັນ ຄຳມີ, ທ່ານ ສຸກະເສີມ ພູມະໂນລາດ, ທ່ານ ນາງ ທອງໄມ ອິນສີລີ, ທ່ານ ນາງ ຈັນຫອມ ຍູ່ວັນນະສັກ, ທ່ານ ອຸດອນ ຈັນທະນົງສີ, ທ່ານ ຫຼ້າສີດາ ອິນທະວົງ, ທ່ານ ນາງ ແສງຈັນ ສີຫາປັນຍາ. ເປັນກຽດມອບຂໍ້ຕົກລົງ ໃຫ້ພະນັກງານ-ລັດຖະກອນ ທີ່ນັບອຸດໜູນບຳນານດັ່ງກ່າວ ໂດຍທ່ານ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ ກະຊວງການເງິນ. ຕອນທ້າຍຂອງພິທີປະທານກອງປະຊຸມໄດ້ມີຄຳເຫັນ ແລະ ຊົມເຊີຍຕໍ່ຜົນງານທີ່ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາຂອງບັນດາພະນັກງານທີ່ໄດ້ຮັບອຸດໜູນບຳນານໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນໍາຂອງພະແນກການເງິນນະຄອນຫຼວງ ເອົາໃຈໃສ່ກວດກາຄືນຄວາມຮັບຜິດຊອບໃຫ້ສູງ, ປັບປຸງວິທີນໍາພາ ແບບແຜນວິທີເຮັດວຽກ ໃຫ້ດີຂຶ້ນກວ່າເກົ່າ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ວຽກງານອົງການຈັດຕັ້ງມະຫາຊົນ ຄຽງຄູ່ກັບການເຄື່ອນໄຫວວຽກງານວິຊາສະເພາະ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຈັດຕັ້ງປະຕິບັດວຽກວິຊາສະເພາະໃນຕໍ່ໜ້າໃຫ້ມີປະສິດທິຜົນສູງເພື່ອຮັບປະກັນໃຫ້ວຽກງານມີຜົນສໍາເລັດຕາມລະດັບຄາດໝາຍ.




