• ກະຊວງການເງິນ
  • |
  • 2026-07-13
  • |
  • ວຽກຮ່ວມມື

        ໃນວັນທີ 9 ກໍລະກົດ 2026, ຢູ່ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມ ດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ອິດີ ອີວານ ບິນມາມຸດ (Edi Irwan bin Mahmud) ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ໃນໂອກາດທີ່ທ່ານໄດ້ສຳເລັດການປະ ຕິບັດໜ້າທີ່ທາງດ້ານການທູດ ຢູ່ ສປປ ລາວ ເປັນໄລຍະເວລາ 3 ປີປາຍ (ນັບຕັ້ງແຕ່ວັນທີ 21 ມັງກອນ 2023 ເປັນຕົ້ນມາ).

         ໃນໂອກາດອັນສະຫງ່າລາສີນີ້, ທັງສອງຝ່າຍໄດ້ຮ່ວມໂອ້ລົມ ແລະ ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ພ້ອມທັງການຮ່ວມມືສອງຝ່າຍລະ ຫວ່າງ ລາວ-ມາເລເຊຍ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ຮັດແໜ້ນຄວາມຮ່ວມມືດັ່ງກ່າວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາ ຄົດ.

        ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຕະຫຼອດໄລຍະການດຳລົງຕຳແໜ່ງ 

 

© 2025 Copyright: ກະຊວງການເງິນ, ສປປ ລາວ