ໃນວັນທີ 10 ກໍລະກົດ 2026, ທີ່ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ກະຊວງການເງິນ, ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ (ຄລຈ) ໄດ້ພົບປະປຶກສາຫາລື ທ່ານ SHEN XUEQIN ຜູ້ອຳນວຍການ ທະນາຄານອຸດສາຫະກໍາ ແລະ ການຄ້າ ສາຂານະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ.

ການພົບປະຄັ້ງນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນ ບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ແລະ ທະນາຄານອຸດສາຫະກໍາ ແລະ ການຄ້າ (ICBC) ສາຂາ ນະຄອນຫຼວງວຽງຈັນ ໃນທ້າຍປີ 2025 ທີ່ຜ່ານມາ, ໂດຍສະເພາະແມ່ນການສະໜັບສະໜູນດ້ານທຶນຮອນ, ການບໍລິການທຸລະກໍາການເງິນ ແລະ ການສົ່ງເສີມການລົງທຶນຂອງນັກລົງທຶນຈີນ ຢູ່ ສປປ ລາວ ເຊິ່ງຖືເປັນປັດໄຈສໍາຄັນໜຶ່ງ ໃນການຊຸກຍູ້ຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ ລະຫວ່າງ ລາວ-ຈີນ ໃຫ້ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງ.
![]() | ![]() |
ພ້ອມທັງ ປຶກສາຫາລື ກ່ຽວກັບ ຄວາມເປັນໄປໄດ້ໃນການຮ່ວມກັນ ປະກອບສ່ວນໃນຂົງເຂດການທະນາຄານ ເພື່ອຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນ, ສົ່ງເສີມທຸລະກິດຂົນສົ່ງ ແລະ ການພັດທະນາປິ່ນອ້ອມທາງລົດໄຟ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ (SME) ທົ່ວໄປ, ແລກປ່ຽນຂໍ້ມູນເບື້ອງຕົ້ນ ໃຫ້ແກ່ກອງປະຊຸມ ລະຫວ່າງ ພາກລັດຖະບານ ແລະ ນັກທຸລະກິດຈີນ ຄັ້ງທີ 8 ແລະ ການຮ່ວມມືດ້ານອື່ນໆໃນຕໍ່ໜ້າ, ໂດຍທັງສອງຝ່າຍໄດ້ສະແດງຄວາມພ້ອມ ແລະ ຄວາມມຸ່ງໝັ້ນ ໃນການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍທ່າແຮງດ້ານການເງິນ-ການລົງທຶນ ໃຫ້ເກີດປະໂຫຍດອັນສູງສຸດແກ່ທັງສອງຝ່າຍ.

