• ກະຊວງການເງິນ
  • |
  • 2026-07-10
  • |
  • ວຽກວິຊາສະເພາະ

       ໃນວັນທີ 10 ກໍລະກົດ 2026, ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ອົງການປົກຄອງເມືອງໄຊທານີ ໄດ້ຈັດກອງປະຊຸມຝຶກອົບຮົມ "ການນຳໃຊ້ລະບົບຄຸ້ມຄອງວຽກງານການເງິນຕາແສງ" ໃຫ້ແກ່ໜ່ວຍງານເສດຖະກິດ-ການເງິນ ຂອງເມືອງໄຊທານີ.

        ກອງປະຊຸມຄັ້ງນີ້ ໄດ້ເຂົ້າຮ່ວມເປັນປະທານໂດຍ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນວ ແລະ ທ່ານ ເພັດສົມພອນ ແສນສີ ປະທານຄະນະກຳມະການປົກຄອງເມືອງໄຊທານີ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ.

🎯ເປົ້າໝາຍສຳຄັນຄືໃຫ້ມີຄວາມ: ໂປ່ງໃສ, ວ່ອງໄວ, ແລະ ກວດສອບໄດ້ ການຝຶກອົບຮົມຄັ້ງນີ້ ແມ່ນການແນໃສ່ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານຮາກຖານ ໃຫ້ສາມາດນຳໃຊ້ລະບົບເອເລັກໂຕຣນິກຢ່າງຊຳນານ ໃນການລົງຂໍ້ມູນ, ສ້າງແຜນງົບປະມານ ແລະ ຈົດຮັບ-ຈົດຈ່າຍ ເຂົ້າໃນລະບົບໄດ້ຢ່າງຮັດກຸມ ເພື່ອຮັບປະກັນໃຫ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຂັ້ນທ້ອງຖິ່ນມີຄວາມຄົບຖ້ວນ ແລະ ໂປ່ງໃສທີ່ສຸດ.

💬          ໃນກອງປະຊຸມທ່ານ ວຽງສາລີ ອິນທະພົມ ໄດ້ເນັ້ນໜັກວ່າ: "ການຝຶກອົບຮົມໃນຄັ້ງນີ້ ແມ່ນການຜັນຂະຫຍາຍຂໍ້ຕົກລົງຂອງເຈົ້າຄອງ ນວ, ສະບັບເລກທີ 1291/ຈນວ, ລົງວັນທີ 9 ທັນວາ 2025  ວ່າດ້ວຍການຮັບຮອງເອົາລະບຽບການຄຸ້ມຄອງການເງິນຕາແສງ ໂດຍມີຈຸດປະສົງຫຼັກເພື່ອຫັນປ່ຽນການບໍລິຫານການເງິນໃຫ້ເປັນຮູບແບບທັນສະໄໝ ຕາມທິດທາງຂອງພັກ-ລັດ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ງົບປະມານຂັ້ນຮາກຖານ ຕາມທິດທາງ 'ສ້າງຕາແສງພັດທະນາຕາແສງ' ຢ່າງແທ້ຈິງ."

💻          ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ທົດລອງນຳໃຊ້ລະບົບຕົວຈິງໃນທຸກຂັ້ນຕອນ ເປັນຕົ້ນແມ່ນ:

  1. ການອອກໃບຢັ້ງຢືນການຮັບເງິນແບບດິຈິຕອນ
  2. ການສ້າງແຜນງົບປະມານຜ່ານລະບົບ
  3. ການສ້າງບົດສະຫຼຸບລາຍງານການເງິນໃຫ້ວ່ອງໄວ

ການຫັນເປັນດິຈິຕອນໃນຄັ້ງນີ້ ຖືເປັນບາດກ້າວສຳຄັນທີ່ຈະຊ່ວຍຫຼຸດຜ່ອນຂັ້ນຕອນການເຮັດວຽກແບບເກົ່າ, ເພີ່ມຄວາມວ່ອງໄວ, ຫຼຸດຜ່ອນຊ່ອງຫວ່າງການຮົ່ວໄຫຼ ແລະ ເຮັດໃຫ້ເງິນງົບປະມານທຸກກີບຖືກນຳໄປໃຊ້ເຂົ້າໃນການສ້າງສາພັດທະນາທ້ອງຖິ່ນຢ່າງມີປະສິດທິພາບສູງສຸດ.

© 2025 Copyright: ກະຊວງການເງິນ, ສປປ ລາວ