ໃນວັນທີ 8 ກໍລະກົດ 2026 ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ ຮອງຮັບມາດຖານເຕັກນິກ ການເຊື່ອມຕໍ່ຂໍ້ມູນໃບເກັບເງິນສ່ວຍສາອາກອນ (E-Tax Invoice) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ ວິໄລທອງ ສຸດທະວີໄລ ຫົວໜ້າກົມກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ມີຄະນະພະແນກ,ຜູ້ຕາງໜ້າຈາກກົມສ່ວຍສາອາກອນ, ແລະ 06 ບໍລິສັດ ເຂົ້າຮ່ວມ. ໃນພິທີ ທ່ານ ແສງອາພອນ ສີລາເພັດ ຫົວໜ້າພະແນກພັດທະນາລະບົບ ແລະ ຝຶກອົບຮົມ ຕາງໜ້າໃຫ້ຄະນະຈັດຕັ້ງພິທີ ໄດ້ຂື້ນກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາມາດຖານເຕັກນິກການເຊື່ອມຕໍ່ຂໍ້ມູນ ໃບເກັບເງິນສ່ວຍສາອາກອນ ແບບເອເລັກໂຕຣນິກ (E-Tax Invoice) ສະບັບເລກທີ 1784/ກງ, ລົງວັນທີ 15 ພຶດສະພາ 2026. ໂອກາດດຽວກັນນີ້, ທ່ານ ປອ ວິໄລທອງ ສຸດທະວີໄລ ຫົວໜ້າກົມກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ກ່າວມີຄຳເຫັນວ່າ ລະບົບຄຸ້ມຄອງໃບເກັບເງິນສ່ວຍສາອາກອນ E-Tax Invoice ແມ່ນເຄື່ອງມືເອເລັກໂຕນິກທີສໍາຄັນ ທີ່ກຳນົດລະບຽບ, ຫຼັກການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ ແລະ ຕິດຕາມກວດກາ ໃນການເກັບເງິນສ່ວຍສາອາກອນ E-Tax Invoice ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແນ່ໃສຮັບປະກັນໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີຄວາມຖຶກຕ້ອງ, ຄົບຖ້ວນ, ໂປ່ງໃສ່ ແລະ ສາມາດກວດສອບໄດ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຕ້ອນທ້າຍຂອງພິທີ ທ່ານ ປອ ວິໄລທອງ ສຸດທະວີໄລ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ 06 ບໍລິສັດ ທີຈັດຕັ້ງປະຕິບັດໄດ້ຕາມາດຖານ ປະກອບມີ: ເຊິ່ງບັນດາບໍລິສັດດັ່ງກ່າວໄດ້ຈັດຕັ້ງປະຕິບັດ ເງື່ອນໄຂໄດ້ຕາມມາດຕະຖານທີ່ກຳນົດໄວ້.



