• ຂ່າວທ້ອງຖິ່ນ
  • |
  • 2026-07-08
  • |
  • ວຽກວິຊາສະເພາະ

      ໃນວັນທີ 8 ກໍລະກົດ 2026, ຢູ່ທີ່ສໍານັກງານປົກຄອງເມືອງຈັນທະບູລີ, ພະແນກການເງິນ ນະຄອນຫຼວງວຽງຈັນ ຮ່ວມກັບ ອົງການປົກຄອງເມືອງຈັນທະບູລີ ໄດ້ຈັດກອງປະຊຸມ ຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງວຽກງານການເງິນຕາແສງ ໃຫ້ແກ່ໜ່ວຍງານເສດຖະກິດ-ການເງິນ ຈາກ 3 ຕາແສງ ຄື: ຕາແສງໜອງທາ, ຕາແສງໂພນຕ້ອງ ແລະ ຕາແສງວັດຈັນ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ.

       ການຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານການເງິນຕາແສງ ໃນການນໍາໃຊ້ລະບົບເອເລັກໂຕຣນິກຢ່າງຖືກຕ້ອງ ແລະ ຊໍານານ, ໃຫ້ພະນັກງານສາມາດ ລົງຂໍ້ມູນ, ສ້າງແຜນ ແລະ ຈົດຮັບ-ຈົດຈ່າຍ ເຂົ້າໃນລະບົບໄດ້ຢ່າງຮັດກຸມ, ຮັບປະກັນໃຫ້ການ ຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ມີຄວາມຄົບຖ້ວນ, ໂປ່ງໃສ ແລະ ມີປະສິດທິຜົນສູງ.

       ທ່ານ ວຽງສາລີ ອິນທະພົມ ໄດ້ເນັ້ນໜັກວ່າ ການຝຶກອົບຮົມໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດຕາມ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 1291/ຈນວ, ລົງວັນທີ 9 ທັນວາ 2025 ວ່າດ້ວຍການຮັບຮອງເອົາລະບຽບການຄຸ້ມຄອງການເງິນຕາແສງ. ເປົ້າໝາຍສຳຄັນແມ່ນເພື່ອຫັນປ່ຽນການຄຸ້ມຄອງການເງິນໃຫ້ເປັນ ຮູບແບບທັນສະໄໝ ຕາມທິດທາງຂອງພັກ-ລັດ ແລະ ສ້າງເສດຖະກິດຂອງຕາແສງໃຫ້ກາຍເປັນຕາແສງພັດທະນາ.

       ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ ທົດລອງນໍາໃຊ້ລະບົບຕົວຈິງ ໃນທຸກຂັ້ນຕອນ ເປັນຕົ້ນແມ່ນ: ການອອກໃບຢັ້ງຢືນການຮັບເງິນ, ການສ້າງແຜນງົບປະມານ, ການສ້າງບົດສະຫຼຸບລາຍງານການເງິນ ແລະ ວິທີການນໍາໃຊ້ ຂັ້ນຕອນອື່ນໆ. ການຫັນເປັນດີຈີຕອນໃນຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການເພີ່ມປະສິດທິພາບການບໍລິຫານວຽກງານການເງິນຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມວ່ອງໄວ ແລະ ກວດສອບໄດ້ ເພື່ອນໍາເອົາລາຍຮັບໄປສ້າງສາພັດທະນາປະເທດຊາດຢ່າງຍືນຍົງ.

© 2025 Copyright: ກະຊວງການເງິນ, ສປປ ລາວ