ໃນວັນທີ 6 ກໍລະກົດ 2026 ນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ພົບປະເຮັດວຽກຂອງ ທ່ານ ນາງ ມາຣຽມ ເຊີແມນ (Mariam J. Sherman) ຜູ້ອຳນວຍການທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ເພື່ອປຶກສາຫາລື ແລະ ຊຸກຍູ້ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການພູມິທັດ ແລະ ການດໍາລົງຊີວິດ (Lao Landscapes and Livelihoods Project - LLL) ຢູ່ ສປປ ລາວ.

ການພົບປະຄັ້ງນີ້ ເພື່ອທົບທວນຄືນສະພາບລວມຂອງໂຄງການ LLL ແລະ ໄດ້ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບການຊອກຫາວິທີການແກ້ໄຂ ລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະ ການອະນຸລັກສິ່ງແວດລ້ອມແບບຍືນຍົງ. ໂດຍສະເພາະແມ່ນການຮ່ວມກັນຄົ້ນຄວ້າ ວິທີການແກ້ໄຂທີ່ເໝາະສົມ ຕໍ່ກັບການພັດທະນາ ທີ່ຕິດພັນກັບເຂດອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ.
ໃນໂອກາດດັ່ງກ່າວ, ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ຕາງໜ້າການນໍາກະຊວງການເງິນ ກໍຄືລັດຖະບານ ສປປ ລາວ ຢືນຢັນເຖິງຄວາມມຸ່ງໝັ້ນອັນໜັກແໜ້ນ ໃນການປົກປັກຮັກສາສິ່ງແວດລ້ອມ ຄວບຄູ່ໄປກັບການພັດທະນາປະເທດ ເຊິ່ງທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກວ່າ: ທຸກໂຄງການພັດທະນາໃນພື້ນທີ່ດັ່ງກ່າວ ຈະຕ້ອງຮັບປະກັນການພັດທະນາແບບຍືນຍົງ ແລະ ສີຂຽວ ໂດຍຕ້ອງໄດ້ມີການສຶກສາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (EIA) ຢ່າງຮອບດ້ານ, ໂປ່ງໃສ, ໄດ້ມາດຕະຖານ ແລະ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ຢ່າງເຄັ່ງຄັດ. ນອກຈາກນັ້ນ, ລັດຖະບານ ຍັງໄດ້ວາງມາດຕະການໃນການກຳນົດພື້ນທີ່ປ່າທົດແທນຄືນໃໝ່ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ຄວາມສົມບູນຂອງອຸທິຍານແຫ່ງຊາດ ແລະ ເປົ້າໝາຍລວມຂອງໂຄງການ LLL.
ການພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ບົນຈິດໃຈແຫ່ງການເປັນຄູ່ຮ່ວມພັດທະນາທີ່ດີ ໂດຍທັງສອງຝ່າຍໄດ້ເຫັນດີຈະສືບຕໍ່ປະສານງານກັນຢ່າງໃກ້ຊິດ ເພື່ອແກ້ໄຂຂໍ້ຄົງຄ້າງຕ່າງໆຮັບປະກັນໃຫ້ໂຄງການ LLL ໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ຕາມທີ່ໄດ້ວາງໄວ້ຮ່ວມກັນຢ່າງຈົບງາມ.