• ກະຊວງການເງິນ
  • |
  • 2026-07-03
  • |
  • ວຽກຮ່ວມມື

       ໃນວັນທີ 3 ກໍລະກົດ 2026 ທີ່ ກະຊວງການເງິນ, ທ່ານ ຈ່ອງ ຢອງ ຊູ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບ ຕໍ່ ທ່ານ ສັນ ຕິພາບ ພົມວິຫານ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີ ກະຊວງການເງິນ.

        ຈຸດປະສົງໃນການເຂົ້າຢ້ຽມຄັ້ງນີ້ກໍ່ແມ່ນເພື່ອ ກ່າວອຳລາການປະຕິບັດໜ້າທີ່ຂອງທ່ານ ຈ່ອງ ຢອງ ຊູ ເນື່ອງຈາກໃກ້ຈະຄົບວາລະການປະຕິບັດໜ້າທີ່ທາງດ້ານການທູດ ຢູ່ ສປປ ລາວ. 

        ໂອກາດນີ້ ທ່ານ ຈ່ອງ ຢອງ ຊູ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງ ລັດຖະບານລາວ ແລະ ທຸກຂະແໜງການ ຂອງ ສ ປປ ລາວ ທີ່ໄດ້ໃຫ້ການຮ່ວມມື ຊ່ວຍເຫຼືອອຳນວຍຄວາມສະດວກ ໃນການເຮັດວຽກ ການທູດ ກໍ່ຄື ຈັດຕັ້ງປະຕິບັດວຽກງານການທູດ ການຮ່ວມມື ກັບສາທາລະນະລັດ ເກົາຫຼີ ຊຶ່ງສາມາດບັນລຸໄດ້ຫຼາຍວຽກງານ ຫຼາຍແຜນການຮ່ວມມືຢ່າງເປັນຮູບປະທຳ ໃນນາມສ່ວນຕົວເຊື່ອແນ່ວ່າ ວຽກງານການທູດ ກໍ່ຄືການຮ່ວມມື 2 ຊາດ ລາວ- ເກົາຫຼີ ຈະນັບມື້ນັບມີການຮ່ວມມືຮອບດ້ານ ຍິ່ງໆຂຶ້ນ.

       ໃນວັນດຽວກັນ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຍັງໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກນ ໂຈນຊ (H.E. Megan Jones), ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລື ແລະ ລາຍງານສະພາບການຂະ ຫຍາຍຕົວຂອງເສດຖະກິດມະຫາພາກ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ.

       ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ສອງລັດຖະບານ ສາທາທາລະນະລັດ ເກົາຫຼີ ແລະ ອົດສະຕາລີ ທີ່ເປັນຄູ່ຮ່ວມພັດ ທະນາສໍາຄັນມາຍາວນານ ເຊິ່ງການຊ່ວຍເຫຼືອນີ້ຈະເປັນທຶນຮອນອັນສໍາຄັນໃນການຊຸກຍູ້ໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ. ຫວັງຢ່າງຍິ່ງວ່າ ການຮ່ວມມືດ້ານການທູດ ກໍ່ຄື ຕໍ່ລັດຖະບານ ຈະມີການຮ່ວມມື ລົງທຶນນັບມືຫຼາຍຂຶ້ນ ແລະ ສືບຕໍ່ໃຫ້ການການສະໜັບສະໜູນ ສປປ ລາວ ຮອບດ້ານຢ່າງຕໍ່ເນື່ອງ. 

© 2025 Copyright: ກະຊວງການເງິນ, ສປປ ລາວ