
ໃນວັນທີ 30 ມິຖຸນາ 2026 ທີ່ ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມວິຊາການສອງຝ່າຍລະຫວ່າງ ຫ້ອງການ ທະນາຄານແຫ່ງ ສປປ ລາວ ແລະ ຫ້ອງການ ກະຊວງການເງິນໂດຍການເປັນປະທານຮ່ວມ ຂອງທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ, ມີບັນດາທ່ານຄະນະກົມ, ຄະນະພະແນກ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເປັນການສືບຕໍ່ຜັນຂະຫຍາຍການຮ່ວມມື, ຄົ້ນຄວ້າ ລົງເລິກດ້ານວິຊາການໃນ 04 ກຸ່ມວຽກທີ່ສຳຄັນ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບສອງຂະແໜງການ ຕາມບົດບັນທຶກກອງປະຊຸມຄັ້ງຜ່ານມາ. 
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກດາທີ່ຝົດຟື້ນໃນການລົງເລິກ ຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາກ່ຽວກັບວຽກງານ ທີ່ຕິດພັນກັບສອງຂະແໜງການ, ພ້ອມທັງ ສັງລວມບັນດາໜ້າວຽກທີ່ຍັງຄົງຄ້າງເພື່ອຮ່ວມກັນກຳນົດທິດທາງແຜນການແກ້ໄຂໃນຕໍ່ໜ້າ ໃຫ້ມີຄວາມເປັນເອກະພາບຮ່ວມກັນ ໃນການລາຍງານຄະນະນໍາຂອງທັງສອງຝ່າຍ ພິຈາລະນາໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດ ຕາມຂັ້ນຕອນ ແລະ ລະບຽບການ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ມີຄໍາເຫັນເນັ້ນ ໃຫ້ຄະນະວິຊາການຈາກ ກະຊວງການເງິນ ສັງລວມບັນດາໜ້າວຽກທີ່ຕິດພັນກັບວິຊາສະເພາະຂອງຕົນ ເພື່ອເປັນຂໍ້ມູນໃນການສືບຕໍ່ປະສານສົມທົບ ແລະ ຄົ້ນຄວ້າລົງເລິກເຮັດວຽກວິຊາສະເພາະ ຮ່ວມກັບ ຄະນະວິຊາການຈາກ ທະນາຄານແຫ່ງ ສປປ ລາວ, ພ້ອມທັງສ້າງກົນໄກການປະສານງານເຮັດວຽກຮ່ວມກັນຢ່າງໄກ້ຊິດ, ວ່ອງໄວ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ມີປະສິດທິຜົນ ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບສອງຂະແໜງການ ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.