• ກະຊວງການເງິນ
  • |
  • 2026-07-01
  • |
  • ວຽກງານພັກ-ພະນັກງານ

        ໃນກອງປະຊຸມ ທ່ານ ວຽງສາລີ ອິນທະພົມ ກຳມະການພັກ ນະຄອນຫຼວງ, ເລຂາຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງ, ປະທານກອງປະຊຸມ ໄດ້ເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ເຊິງນຳເອົາເອກະສານສຳຄັນຂອງພັກ ຈຳນວນ 3 ສະບັບ ໂດຍເນັ້ນໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ພະແນກການເງິນ ມີຄວາມຮັບຜິດຊອບສູງ ແລະ ຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍທີ່ກອງປະຊຸມໃຫຍ່ດັ່ງກ່າວ ວາງອອກໃຫ້ປະກົດຜົນເປັນຈິງ ຮັບປະກັນໃຫ້ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ ສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ກຳແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ດັ່ງກ່າວ ບົນເນື້ອໃນຈິດໃຈສໍາຄັນ ຕົ້ນຕໍຄື: ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູ ລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວສູ່ສັງຄົມນິຍົມ.

        ໂອກາດດ່ຽວກັນນີ້, ທ່ານ ສຸລິເດດ ສຸວັນນະຈຸມຄຳ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງ ກໍໄດ້ຂຶ້ນ ເຜີຍແຜ່ ມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນ ຫຼວງວຽງຈັນ ກອງປະຊຸມໃຫຍ່ຄັ້ງນີ້ ເປັນຂີດໝາຍປະຫວັດສາດແຫ່ງການນໍາພາຂອງອົງຄະນະພັກນະ ຄອນຫຼວງວຽງຈັນ ພ້ອມທັງທົບທວນຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ 5 ປີຜ່ານມາ ແລະ ພ້ອມກັນກໍານົດທິດທາງຄາດໝາຍແຕ່ລະດ້ານ ເພື່ອເສີມສ້າງໃນການປົກປັກຮັກສາ ແລະ ພັດທະນານະຄອນຫຼວງວຽງຈັນ ແຕ່ນີ້ຮອດປີ 2030.

        ພ້ອມນັ້ນ, ທ່ານ ສິງຄຳ ເຢຍລີເຮີ ຄະນະພັກຮາກຖານ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງ ໄດ້ຂຶ້ນເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງນະຄອນຫຼວງວຽງຈັນ ທີ່ທຸກພາກສ່ວນ ຕ້ອງພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ຍົກສູງຈິດໃຈມຸ່ງໝັ້ນພັດທະນາຢ່າງ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງດ້ວຍຄວາມຮັບຜິດຊອບສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງ.

© 2025 Copyright: ກະຊວງການເງິນ, ສປປ ລາວ