ໃນວັນທີ 23 ມິຖຸນາ 2026, ທີ່ສະຖານກົງສຸນ ສ.ເກົາຫຼີ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານສ່ວຍສາອາກອນ ສໍາລັບພົນລະເມືອງ ສ.ເກົາຫຼີ ທີ່ອາໄສ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ. ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູຄໍາ ແກ້ວອ່ອນສີ ຮອງຫົວໜ້າພະແນກນິຕິກໍາ ກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ລີ ດົງກິວ (Mr. Lee Dong Gyu) ອຸປະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ.
ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກກົມພາສີ ກະຊວງການເງິນ, ຜູ້ປະກອບການທຸລະກິດ, ສະມາຄົມ ແລະ ຊຸມຊົນເກົາຫຼີ, ສະມາຄົມມິດຕະພາບລາວ-ເກົາຫຼີ, ພ້ອມດ້ວຍພະແນກກົງສຸນ ແລະ ເສດຖະກິດ ຂອງສະຖານທູດ ສ.ເກົາຫຼີ ເຂົ້າຮ່ວມ.
ໃນພິທີ, ທ່ານ ລີ ດົງກິວ ອຸປະທູດ ສ.ເກົາຫຼີ ໄດ້ກ່າວມີຄໍາເຫັນໂດຍເນັ້ນໃສ່ຄວາມໝາຍຄວາມສໍາຄັນ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ເອົາໃຈໃສ່ຮັບຟັງການບັນຍາຍຈາກນັກວິທະຍາກອນ ແລະ ຕັ້ງໜ້າແລກປ່ຽນຄໍາຄິດຄໍາເຫັນ ເພື່ອນໍາເອົາຄວາມຮູ້ທີ່ໄດ້ຮັບໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ.

ໂອກາດນີ້, ທ່ານ ພູຄໍາ ແກ້ວອ່ອນສີ ໄດ້ນໍາສະເໜີ ແລະ ໃຫ້ຄວາມຮູ້ກ່ຽວກັບວຽກງານສ່ວຍສາອາກອນ ໂດຍສະເພາະແມ່ນປະເພດອາກອນຕ່າງໆ ເປັນຕົ້ນແມ່ນ: ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ, ອາກອນກໍາໄລ ແລະ ອາກອນລາຍໄດ້. ພ້ອມດຽວກັນນັ້ນ, ຍັງໄດ້ອະທິບາຍກ່ຽວກັບລະບົບສ່ວຍສາອາກອນ ເຊັ່ນ: ເລກປະຈໍາຕົວຜູ້ເສຍອາກອນ, ຂັ້ນຕອນການແຈ້ງ-ມອບອາກອນ, ການກວດກາຫຼັງການແຈ້ງເສຍອາກອນ, ການໄລ່ລຽງອາກອນປະຈໍາປີ, ການສົ່ງຄືນອາກອນ, ການລົບລ້າງໜີ້, ແຜນມອບອາກອນ, ການຖືບັນຊີ, ຕະຫຼອດຮອດການນໍາໃຊ້ ແລະ ຄຸ້ມຄອງໃບເກັບເງິນ ລວມທັງສິດ ແລະ ພັນທະຂອງຜູ້ເສຍອາກອນ.
ນອກຈາກນີ້, ທ່ານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຮັບຮູ້ວ່າ: ທຸກໆການຊໍາລະ ຫຼື ຈ່າຍເງິນອາກອນເຂົ້າງົບປະມານແຫ່ງລັດ ຕ້ອງຮຽກເອົາໃບເກັບເງິນ ຫຼື ໃບຮັບເງິນທຸກຄັ້ງເພື່ອເປັນເອກະສານຢັ້ງຢືນ. ພ້ອມທັງແນະນໍາໃຫ້ບັນດາຫົວໜ່ວຍວິສາຫະກິດ ຫັນມານໍາໃຊ້ໃບເກັບເງິນ ຫຼື ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ທີ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ. ໃນການສະໜອງ ຫຼື ຂາຍສິນຄ້າ ແລະ ບໍລິການທຸກຄັ້ງ ຕ້ອງຄິດໄລ່ເກັບອາກອນໃຫ້ຖືກຕ້ອງ ແລະ ອອກໃບເກັບເງິນໃຫ້ລູກຄ້າ. ສິ່ງສໍາຄັນແມ່ນຕ້ອງຖືບັນຊີໃຫ້ຖືກຕ້ອງຕາມກົດໝາຍ ແລະ ສະຫຼຸບ-ລາຍງານການເງິນປະຈໍາປີ ສົ່ງໃຫ້ຂະແໜງສ່ວຍສາອາກອນ ໃຫ້ສໍາເລັດກ່ອນວັນທີ 31 ມີນາ ຂອງປີຖັດໄປ.
![]() |
ສະນັ້ນ ການຈັດກອງປະຊຸມໃນຄັ້ງນີ້, ກໍ່ເພື່ອເຜີຍແຜ່, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບລະບຽບກົດໝາຍ, ຂັ້ນຕອນ ແລະ ພັນທະດ້ານສ່ວຍສາອາກອນຂອງ ສປປ ລາວ ໃຫ້ແກ່ຊຸມຊົນ ແລະ ຜູ້ປະກອບການທຸລະກິດຊາວເກົາຫຼີ ທີ່ເຂົ້າມາລົງທຶນ ແລະ ອາໄສຢູ່ລາວ. ທັງຊ່ວຍໃຫ້ຜູ້ປະກອບການ ແລະ ພົນລະເມືອງ ສ.ເກົາຫຼີ ໄດ້ຮັບຊາບຂໍ້ມູນຢ່າງເລິກເຊິ່ງ ກ່ຽວກັບລະບົບອາກອນ, ຂັ້ນຕອນການແຈ້ງ-ມອບອາກອນທີ່ຖືກຕ້ອງ, ການນໍາໃຊ້ໃບເກັບເງິນ ແລະ ການສະຫຼຸບລາຍງານການເງິນຕາມກຳນົດເວລາ. ເຊິ່ງຈະເປັນບົດຮຽນ ແລະ ບ່ອນອີງອັນສໍາຄັນ ທີ່ຊ່ວຍໃຫ້ສາມາດດໍາເນີນທຸລະກິດໄດ້ຢ່າງຖືກຕ້ອງຕາມກົດໝາຍ, ຫຼີກລ່ຽງຂໍ້ຜິດພາດທາງດ້ານພາສີ-ອາກອນ ແລະ ເປັນການສົ່ງເສີມການດຳເນີນທຸລະກິດໃຫ້ມີຄວາມໂປ່ງໃສ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງຍືນຍົງ.
