ໃນວັນທີ 25 ມິຖຸນາ 2026, ໄດ້ສືບຕໍ່ເຜີຍແຜ່ ແລະ ຝຶກອົບຮົມ ລະບົບຄຸ້ມຄອງໃບເກັບເງິນແບບເອເລັກໂຕຣນິກ (E-Tax Invoice) ໃຫ້ຫົວໜ່ວຍທຸລະກິດ ອ້ອມຂ້າງ ເມືອງສີສັດຕະນາກ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ທອງມີ ດາວສຸກ ຮອງປະທານປົກຄອງເມືອງສີສັດຕະນາກ, ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ສິງຄຳ ເຢຍລີເຮີ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະຫ້ອງການ ອ້ອມຂ້າງເມືອງ, ວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ການຈັດຝຶກອົບຮົມຄັ້ງນີ້ ກໍ່ແມ່ນເພື່ອເຮັດໃຫ້ການຄຸ້ມຄອງລາຍຮັບມີຄວາມຢ່າງຍືນຍົງ ໂດຍເນັ້ນ ໃສ່ຄວາມສຳຄັນ ການຜັນຂະ ຫຍາຍກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ອມພ) ສະບັບປັບປຸງ ຮັບປະກັນໃຫ້ການຄຸ້ມຄອງ ແລະ ຕິດຕາມການຂະຫຍາຍຖານລາຍຮັບຂອງຫົວໜ່ວຍທຸລະກິດເຂົ້າສູ່ລະບົບ ຢ່າງເປັນເອກະພາບໃນທົ່ວປະເທດ. ລະບົບ E-Tax Invoice ຈະຊ່ວຍໃຫ້ຫົວໜ່ວຍທຸລະກິດສາມາດຕິດຕາມ ແລະ ກວດກາການຊື້-ຂາຍ ໄດ້ຢ່າງເປັນລະບົບ ແລະ ຖືກຕ້ອງຕາມກົດໝາຍ ທັງ ຄຸ້ມຄອງ ແລະ ກວດກາ ທຸລະກຳການຊື້-ຂາຍ ຂອງວິສາຫະກິດໄດ້ຢ່າງຊັດເຈນ ແລະ ເປັນເອກະພາບ, ຂະ ຫຍາຍຖານລາຍຮັບ. ໂດຍດຶງເອົາຫົວໜ່ວຍນອກລະບົບໃຫ້ເຂົ້າສູ່ລະບົບ ອາກອນມູນຄ່າເພີ່ມ, ສ້າງຄວາມໂປ່ງໃສ ແລະ ຫຼຸດຜ່ອນການເຊື່ອງອຳພັນທະອາກອນ, ອຳນວຍຄວາມສະດວກ ໃນການແຈ້ງອາກອນ ແລະ ການສົ່ງເງິນຄືນ ໃຫ້ວ່ອງໄວຂຶ້ນ ແລະ ເຊື່ອມໂຍງຂໍ້ມູນແບບ Real-time ເພື່ອເພີ່ມປະສິດທິພາບ ແລະ ປະສິດທິຜົນ.
ການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງ ການຈັດເກັບລາຍຮັບຂອງເມືອງສີສັດຕະນາກ ມີລັກສະນະສະເພາະ ສະພາບເສດຖະກິດ ສັງຄົມຂອງເມືອງ ທີ່ມີທ່າກ້າວການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນຕົວເລກແຜນການ ແລະ ການຈັດເກັບລາຍຮັບຕົວຈິງທີ່ເພີ່ມຂຶ້ນເປັນກ້າວໆ.
ໃນກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກໃຫ້ທຸກພາກສ່ວນທັງຫ້ອງການອ້ອມຂ້າງເມືອງ ແລະ ຫົວໜ່ວຍທຸລະກິດ ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຮັບຜິດ ຊອບ ເພື່ອຜັນຂະຫຍາຍວຽກງານ ໃຫ້ປະກົດຜົນເປັນຈິງ, ພ້ອມທັງຕິດຕາມ, ກວດກາໃນການຈັດຕັ້ງປະຕິບັດ ແນໃສ່ສ້າງຖານລາຍຮັບທີ່ໝັ້ນຄົງ ແລະ ບັນລຸຄາດໝາຍຕາມທິດ ເສດ ຖະກິດເປັນເຈົ້າຕົວເອງ (ສອຈ) ແລະ ຊ່ວຍໃຫ້ສາມາດຈັດເກັບລາຍຮັບໄດ້ຫຼາຍຂຶ້ນ.
ພາບ-ຂ່າວ: ວັນຊະນະ