• ກະຊວງການເງິນ
  • |
  • 2026-06-19
  • |
  • ວຽກວິຊາສະເພາະ

        ໃນວັນທີ 19 ມິຖຸນາ 2026,ກົມສ່ວຍສາອາກອນ ໄດ້ປິດຊຸດຝຶກອົບຮົມ ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ຊຸດທີ 6 ປະຈຳປີ 2026,​ໂດຍການເປັນປະທານຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາ ກອນ, ມີຄະນະຮັບຜິດຊອບ, ນັກວິທະຍາກອນ, ນັກສຳມະນາກອນ 11 ເມືອງຈາກແຂວງໄຊຍະບູລີ, 7 ເມືອງ ແຂວງຊຽງຂວາງ ແລະ 4 ເມືອງແຂວງ ເຊກອງ ເຂົ້າຮ່ວມ.

        ໂອກາດນີ້ ທ່ານ ສຸພັນ ວິລະວົງ ໄດ້ມີຄຳເຫັນວ່າ: ຜ່ານຜົນປະເມີນ ຂອງຄະນະຮັບຜິດຊອບຈັດຝຶກອົບຮົມ ຖືເປັນການຝຶກ ການນໍາໃຊ້ລະບົບ ທີ່ປັບປຸງຂຶ້ນມາໃໝ່ ເພື່ອຈະເອົາໄປນໍາໃຊ້ຕົວຈິງໃນໄວໆນີ້ ແລະ ທັງເປັນການເອກະພາບກັນ ໃຫ້ຈັດຕັ້ງປະຕິບັດກົນໄກ ໃຫ້ຖືກຕ້ອງໄປລວງດຽວກັນ ໃນທົ່ວປະເທດ. ສະນັ້ນ, ການຝຶກອົບຮົມນີ້ ແມ່ນເອົາແຕ່ ເນື້ອໃນ ຫຼືວ່າ ປະເດັນທີ່ສຳຄັນ, ເປັນສິ່ງໃໝ່ ແລະ ທັງແກ້ຈຸດຄົງຄ້າງທີ່ເຄີຍມີມາໃຫ້ ຄົບຖ້ວນ.

        ຄະນະຮັບຜິດຊອບຈັດຝຶກອົບຮົມ, ນັກວິທະຍາກອນ ແລະ ນັກສຳມະນາກອນທັງໝົດ ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຕັມສ່ວນ, ເປີດໃຈນໍາສະເໜີ ແລກປ່ຽນບັນຫາຕ່າງໆທີ່ເກີດຂຶ້ນຢູ່ທ້ອງຖິ່ນຕົນ ອັນຕິດພັນກັບການນໍາໃຊ້ຂອງແຕ່ລະໂມດູນ ນັ້ນ ກັບສູນກາງ ແລະ ເມືອງ, ພ້ອມກັບຖອດຖອນເອົາບົດຮຽນອັນດີ ເພື່ອລາຍງານຄະນະນໍາຂອງຕົນ ພິຈາລະນາຈັດຕັ້ງປະຕິບັດ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ສາມາດດຳເນີນມາດ້ວຍບັນຍາການທີ່ຟົດຟື້ນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ສາມາດນໍາເອົາຄວາມຮູ້ ແລະ ບົດຮຽນມາໝູນໃຊ້ເຂົ້າໃນເຂົ້າໃນວຽກງານຕົວຈິງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍຕໍ່ ໃຫ້ສ່ວຍສາອາກອນໃນຂັ້ນຂອງຕົນ ໄດ້ເປັນຢ່າງດີ ແລະ ເປັນໜຶ່ງແຮງໃນການບໍລິການ ຜູ້ເສຍອາກອນໃຫ້ມີຄວາມເຂົ້າໃຈ, ສາມາດແຈ້ງມອບພັນທະໃຫ້ຖືກຕ້ອງ ແລະ ແຈ້ງມອບດ້ວຍຕົນເອງໃຫ້ໄດ້ຫຼາຍຂຶ້ນ.

ພາບ-ຂ່າວ: ວັນຊະນະ 

 

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ