• ກະຊວງການເງິນ
  • |
  • 2026-06-24
  • |
  • ວຽກວິຊາສະເພາະ

  ໃນວັນທີ 22-23 ມິຖຸນາ 2026, ກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະຜູ້ແທນຈາກ ສໍານັກງານສົ່ງເສີມ ແລະ ປະກອບການປະກັນໄພ ແຫ່ງປະເທດໄທ (OIC) ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນການສ້າງຕັ້ງ ແລະ ຄຸ້ມຄອງວຽກງານປະກັນໄພ.

       ການຮ່ວມມືໃນຄັ້ງນີ້ ແມ່ນເພື່ອເປັນບ່ອນອີງ ແລະ ໃຫ້ຂໍ້ມູນທີ່ເປັນປະໂຫຍດ ແກ່ຄະນະຄົ້ນຄວ້າ ໃນການສ້າງຕັ້ງສຳນັກງານຄຸ້ມຄອງການປະກັນໄພແຫ່ງ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ ກະຊວງການເງິນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສົມໄຊ ແກ້ວວັນດີ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ ແລະ ທ່ານ ສຸລິນ ຕະ​ນະ​ສຸກ​ຜົນ ຫົວໜ້າສາຍກົນລະຍຸດ ແລະ ແຜນການສໍານັກງານສົ່ງເສີມ ແລະ ປະກອບການປະກັນໄພ ແຫ່ງປະເທດໄທ (OIC) ແລະ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

       ຕະຫຼອດໄລຍະເວລາກອງປະຊຸມ, ທັງສອງຝ່າຍໄດ້ມີການສົນທະນາ ແລະ ຖອດຖອນບົດຮຽນໃນຫຼາຍຫົວຂໍ້ທີ່ເປັນປະໂຫຍດຕໍ່ການພັດທະນາຂະແໜງປະກັນໄພ, ເຊິ່ງລວມມີ: ບົດຮຽນກ່ຽວກັບໂຄງສ້າງການຈັດຕັ້ງ ແລະ ໜ້າທີ່ຂອງສໍານັກງານໃນການຄຸ້ມຄອງ ແລະ ສົ່ງເສີມທຸລະກິດປະກັນໄພ, ຂະບວນການສ້າງແຜນຍຸດທະສາດຂອງອົງກອນ ແລະ ແຜນພັດທະນາທຸລະກິດປະກັນໄພໃນໄລຍະຍາວ, ການນໍາໃຊ້ເຄື່ອງມືທີ່ທັນສະໄໝໃນການຄຸ້ມຄອງຄວາມສ່ຽງ, ການບໍລິຫານການເງິນ, ການຄຸ້ມຄອງຜູ້ເອົາປະກັນໄພ ແລະ ການສົ່ງເສີມຈັນຍາບັນຂອງຜູ້ປະກອບການປະກັນໄພ.

       ການຈັດກອງປະຊຸມແລກປ່ຽນໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການຍົກລະດັບມາດຕະຖານການຄຸ້ມຄອງປະກັນໄພຂອງລາວ ໃຫ້ມີຄວາມເຂັ້ມແຂງ ແລະ ທຽບເທົ່າກັບສາກົນ ໂດຍອາໄສປະສົບການອັນອຸດົມສົມບູນຈາກສໍານັກງານ OIC ຂອງປະເທດໄທ.

© 2025 Copyright: ກະຊວງການເງິນ, ສປປ ລາວ