ໃນວັນທີ 22-23 ມິຖຸນາ 2026, ຄະນະຮັບຜິດຊອບຕາມຂໍ້ຕົກລົງສະບັບເລກທີ 2336/ກງ, ລົງວັນທີ 19 ມິຖຸນາ 2026, ນໍາໂດຍທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ຫົວໜ້າຄະນະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະ ພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງຢູ່ ແຂວງຊຽງຂວາງ.
ໃນໂອກາດດັ່ງກ່າວ, ທ່ານ ວົງວັນເພັງ ພູມສະຫວັນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງຊຽງຂວາງ, ເພື່ອລາຍງານໂດຍຫຍໍ້ກ່ຽວກັບຈຸດປະສົງ, ເປົ້າໝາຍ ແລະ ແຜນການລົງເຄື່ອນໄຫວເຮັດວຽກງານທາງລັດຖະການໃນຄັ້ງນີ້ເພື່ອເປັນການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານການກວດ ກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງກໍ່ຄືການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 06/ນຍ, ລົງວັນທີ 07 ມີນາ 2025, ສະບັບເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ແລະ ຄໍາສັ່ງຂອງຄະນະເລ ຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026, ເຊິ່ງໄດ້ຈັດຕັ້ງປະຕິບັດຢ່າງເປັນທາງການ ເລີ່ມຕັ້ງແຕ່ວັນທີ 29 ພຶດສະພາ 2026 ຮອດປັດຈຸບັນແມ່ນມີຂໍ້ສະດວກ ແລະ ບາງຂໍ້ຫຍຸ້ງຍາກທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ທັນສະພາບການ; ສຳລັບຢູ່ແຂວງຊຽງຂວາງ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ດ່ານສາກົນ ນ້ຳກັ່ນ, ເຊິ່ງກໍເປັນຈຸດຍຸດທະສາດໜຶ່ງທີ່ສໍາຄັນໃນການສົ່ງອອກແຮ່ທາດ.
ພ້ອມນັ້ນ, ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງໄປຕິດຕາມ,ຊຸກຍູ້ ແລະ ແກ້ໄຂບັນຫາຕ່າງໆທີ່ຕິດພັນກັບການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ດ່ານພາສີສາກົນ ນ້ຳກັ່ນ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາຢ່າງແທ້ຈິງ.
ເຊິ່ງການລົງເຄື່ອນໄຫວຄັ້ງນີ້ກໍ່ເປັນກາລະໂອກາດທີ່ສໍາຄັນທີ່ຈະໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະພາບຮ່ວມກັນກັບພາກສ່ວນທີ່ກ່ຽວຂ້ອງໃນການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນຈາກການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ. ນອກຈາກນັ້ນ, ກໍ່ເພື່ອເກັບກໍາ ແລະ ສັງລວມສະພາບບັນຫາຕ່າງໆລາຍງານຄະນະນໍາກະຊວງການເງິນ, ເພື່ອເປັນຂໍ້ມູນລາຍງານລັດຖະບານໃນແຕ່ລະໄລຍະ, ພ້ອມທັງຕິດຕາມ ແລະ ຊຸກຍູ້ວຽກງານການຄຸ້ມຄອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງໃຫ້ມີຄວາມສະດວກ, ຖືກຕ້ອງ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ລັດຖະບານ.
ພາບ-ຂ່າວ: ວັນຊະນະ