• ກະຊວງການເງິນ
  • |
  • 2026-06-22
  • |
  • ຂ່າວເສດຖະກິດ-ການເງິນ

      ໃນວັນທີ 22 ມິຖຸນາ 2026, ຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະ.  ມີຮອງລັດຖະມົນຕີຈາກສໍານັກງານນາຍົກລັດຖະມົນຕີ; ບັນດາກະຊວງ ພ້ອມດ້ວຍຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

       ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ບົນພື້ນຖານການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ໄດ້ກຳນົດໃຫ້ຍົກເອົາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ. ເຊິ່ງກອງປະຊຸມ ຈະໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງວາລະແຫ່ງຊາດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບ ໃຫ້ມີເນື້ອໃນທີ່ຄົບຖ້ວນ ແລະ ມີຄຸນນະພາບສູງ.  ທັງນີ້, ກໍເພື່ອເປັນການກຽມຄວາມພ້ອມຮອບດ້ານ ໃນການນຳສະເໜີຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2026 ທີ່ຈະຈັດຂຶ້ນໃນວັນທີ 25 ມິຖຸນາ ນີ້ ແລະ ຈະສືບຕໍ່ນຳສະເໜີຕໍ່ ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາຢ່າງເປັນທາງການ ໃນເດືອນກໍລະກົດ 2026 ທີ່ຈະມາເຖິງ.

       ໃນກອງປະຊຸມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຫົວໜ້າາກອງເລຂາຊ່ວຍວຽກ ໄດ້ລາຍງານເນື້ອໃນຕົ້ນຕໍຂອງ ຮ່າງ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງປະກອບມີ 4 ພາກໃຫຍ່: ພາກທີ I ແລະ II: ກໍານົດເຫດຜົນຄວາມຈໍາເປັນ, 5 ທັດສະນະຊີ້ນໍາ, 5 ຫຼັກການ ແລະ 8 ຄາດໝາຍຕົ້ນຕໍ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; ພາກທີ III ແລະ IV: ກໍານົດ 5 ທິດທາງ ແລະ 5 ໜ້າວຽກຈຸດສຸມ ເຊັ່ນ: ການເລັ່ງພັດທະນາໂຄງລ່າງເຂດຊົນນະບົດ , ສົ່ງເສີມການຜະລິດກະສິກໍາແບບປະສົມປະສານເພື່ອສ້າງອາຊີບ ແລະ ລາຍຮັບທີ່ໝັ້ນຄົງ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ທຸກພາກສ່ວນ ກໍຄືພາກລັດ, ເອກະຊົນ ແລະ ປະຊາຊົນ ຢ່າງຊັດເຈນ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ສະເໜີ 5 ປະເດັນສໍາຄັນເປັນຕົ້ນແມ່ນ ໄລຍະເວລາຈັດຕັ້ງປະຕິບັດ ແຕ່ປີ 2027 ຫາ 2030, ການຈັດສັນງົບປະມານ ເພື່ອສຸມໃສ່ເປົ້າໝາຍແກ້ໄຂຄວາມທຸກຍາກ.

       ສໍາລັບເປົ້າໝາຍຂອງວຽກງານດດັ່ງກ່າວ ແມ່ນເພື່ອແກ້ໄຂບັນຫາຕົວຈິງ, ຮິບດ່ວນຂອງການພັດທະນາຊົນນະບົດຂອງປະເທດເຮົາຢ່າງມີຈຸດສຸມ ແລະ ມີລັກສະນະບຸກທະລຸ ທັງແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ເພື່ອໃຫ້ສາມາດເຫັນບັນຫາທີ່ຈະແກ້ໄຂໃຫ້ບັນລຸຕາມມາດຕະຖານ ສະພາບພົ້ນທຸກ ແລະ ພັດທະນາ.

© 2025 Copyright: ກະຊວງການເງິນ, ສປປ ລາວ