• ກົມນະໂຍບາຍເສດຖະກິດ ແລເ ການເງິນ
  • |
  • 2026-06-19
  • |
  • ວຽກວິຊາສະເພາະ

      ໃນວັນທີ 19 ມິຖຸນາ 2026, ກົມນະໂຍບາຍເສດຖະກິດ ແລະ ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມຄະນະວິຊາການຈັດຕັ້ງປະຕິບັດ ການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໂດຍເປັນປະທານຂອງ ທ່ານ ປອ. ສິດທິຣົດ ຣາຊພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ, ມີຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ ພ້ອມດ້ວຍຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

       ທ່ານ ປອ. ສິດທິຣົດ ຣາຊພົນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ, ເນື່ອງຈາກເປັນໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ແລະ ເປັນບາດກ້າວສໍາຄັນໃນການກໍານົດທິດທາງ, ວິໄສທັດ ແລະ ຍຸດທະສາດການພັດທະນາໃນໄລຍະຕໍ່ໜ້າ ເພື່ອແນໃສ່ຜັນຂະຫຍາຍວຽກງານການເງິນຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ກຽມຄວາມພ້ອມໃຫ້ແກ່ການກ້າວຜ່ານການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.  ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກເຖິງວຽກງານການຄຸ້ມຄອງການເງິນແຫ່ງລັດ ທີ່ປຽບເໝືອນເສັ້ນເລືອດໃຫຍ່ໃນລະບົບເສດຖະກິດ. ເຊິ່ງໃນທ່າມກາງສະພາບການຜັນຜວນຂອງສາກົນ ແລະ ສິ່ງທ້າທາຍພາຍໃນປະເທດ ເປັນຕົ້ນແມ່ນ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ການຂາດດຸນງົບປະມານ ແລະ ໜີ້ສິນສາທາລະນະ, ການຮ່ວມມືກັບຄູ່ຮ່ວມພັດທະນາ ແມ່ນມີຄວາມຈໍາເປັນຢ່າງຍິ່ງ. ເຊິ່ງກະຊວງການເງິນ ໄດ້ຮັບການສະໜັບສະໜູນຢ່າງເປັນປົກກະຕິ ຈາກສະຫະພາບເອີຣົບ ໂດຍຜ່ານ ທະນາຄານໂລກ ແລະ ປັດຈຸບັນພວມຈັດຕັັ້ງແຜນງານໂຄງການໄລຍະ 3 ທີີ່ໄດ້ຮັບການຊ່ວຍເຫຼືອຈາກ ສະຫະພາບເອີຣົບ ແລະ ລັດຖະບານອົດສະຕາລີ.

       ໃນກອງປະຊຸມ ໄດ້ນໍາສະເໜີ ຮ່າງ ວິໄສທັດ ຮອດປີ 2040 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2035 ແລະ  ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດ ຈາກທະນາຄານໂລກ (PFM 3- RETF) ໄລຍະ 3. ພ້ອມທັງ ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ 10 ຍຸດທະສາດໃນໄລຍະຜ່ານມາ ແລະ ຄົ້ນຄວ້າກໍານົດຕົວຊີ້ວັດທີ່ຊັດເຈນ ແລະ ພັດທະນາລະບົບຕິດຕາມ-ປະເມີນຜົນ ເພື່ອເຮັດໃຫ້ແຜນແມ່ບົດສໍາລັບການປັບປຸງການຄຸ້ມຄອງການເງິນແຫ່ງລັດ ຂອງ ສປປ ລາວ ມີຄວາມສົມບູນແບບ ກ່ອນທີ່ຈະນໍາສະເໜີເຂົ້າໃນກອງປະຊຸມລະດັບສູງໃນໄວໆນີ້.

© 2025 Copyright: ກະຊວງການເງິນ, ສປປ ລາວ