• ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ
  • |
  • 2026-06-16
  • |
  • ວຽກງານພັກ-ພະນັກງານ

        ໃນພິທີ, ທ່ານ ຈົວ ຢາງ ຮອງຫົວໜ້າພະແນກຄຸ້ມຄອງພະນັກງານ ກົມຈັດຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຂອງກົມເຕັກໂນໂລຊີຂໍ້ມມູນຂ່າວສານການເງິນ ສະບັບເລກທີ 2148/ກງ, ລົງວັນທີ 10 ມິຖຸນາ 2026 ຕົກລົງຍົກຍ້າຍ ແລະ ແຕ່ງຕັັ້ງ ພະນັກງານ ນຳພາ-ຄຸ້ມຄອງ ຂັ້ນພະແນກ ປະກອບມີບັນດາທ່ານ ດັ່ງນີ້: ທ່ານ ນາງ ແສງອາພອນ ສີລາເພັດ ເປັນຫົວໜ້າພະແນກພັດທະນາລະບົບ ແລະ ຝຶກອົບຮົມ; ທ່ານ ນາງ ສີລິພັນ ພິມມະສອນ ເປັນຮອງຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ວິເຄາະ-ວິໄຈຂໍ້ມູນ; ທ່ານ ຕູ້ດົວ ທໍ່ຊົ່ງປໍ ເປັນຮອງຫົວໜ້າພະແນກຄຸ່ມຄອງລະບົບພື້ນຖານໂຄງລ່າງ ແລະ ເຄືອຂ່າຍ; ທ່ານ ສຸກສັນ ປັນຍາສະຫວັດ ເປັນຮອງຫົວໜ້າພະແນກກວດສອບລະບົບ ແລະ ຄຸ້ມຄອງຄວາມປອດໄພຂໍ້ມູນ; ທ່ານ ພອນໄຊ ພິມມະສານ ເປັນຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນປະຈຳພາກ I (ແຂວງພາກກາງ); ທ່ານ ສຸກັນດາ ຕະກຸນທອງ ເປັນຮອງສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈຳພາກ I; ທ່ານ ອາທອນ ວິໄຊສັກ ເປັນຮອງສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈໍາພາກ I; ທ່ານ ວັນນະຫົງ ອຸມາວົງ ເປັນວ່າການແທນ ຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈໍາພາກ II (ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ); ທ່ານ ປູລິມ ອິນທະສານ ເປັນວ່າການແທນ ຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈໍາພາກ III (ແຂວງພາກເໜືອ ຄື: ແຂວງຫຼວງພະບາງ, ແຂວງໄຊະຍະບູລີ, ແຂວງຊຽງຂວາງ ແລະ ແຂວງຫົວພັນ) ແລະ ຍົກຍ້າຍແຕ່ງຕັ້ງ ທ່ານ ນາງ ທອງວິນ ສີຫາຈັກ ເປັນຫົວໜ້າຄຸ້ມຄອງຖານຂໍ້ມູນ ແລະ ວິເຄາະ-ວິໄຈຂໍ້ມູນ; ທ່ານ ລັດສະໝີ ປັນຍາທອງ ເປັນຮອງຫົວໜ້າພະແນກກວດສອບລະບົບ ແລະ ຄຸ້ມຄອງຄວາມປອດໄພຂໍ້ມູນ; ທ່ານ ພອນສະໄໝ ບັນນະວົງ ເປັນຮອງຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈໍາພາກ II (ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ); ທ່ານ ວິນະສັກ ວົງແສງທອງ ເປັນຮອງຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈໍາພາກ III (ແຂວງພາກເໜືອ ຄື: ແຂວງຫຼວງພະບາງ, ແຂວງໄຊະຍະບູລີ, ແຂວງຊຽງຂວາງ ແລະ ແຂວງຫົວພັນ); ທ່ານ ສີສົມພອນ ໄຊຍະສິດ ເປັນຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈໍາພາກ IV (ແຂວງພາກໃຕ້); ທ່ານ ແອໃຫຍ່ ດວງພິລາ ເປັນຮອງຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ປະຈໍາພາກ IV.

         ພ້ອມນີ້, ທ່ານ ນາງ ອານຸທິບ ວັນນະບຸບຜາ ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມມູນຂ່າວສານການເງິນ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ຊັບຊ້ອນໝູນວຽນ ພະນັກງານວິຊາການ ປະກອບໃສ່ແຕ່ລະພະແນກ ແລະ ສູນ ພາຍໃນກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ.

         ໃນຕອນທ້າຍພິທີ, ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ການປະກາດການຈັດຕັ້ງໃນຄັ້ງນີ້ ເຊິ່ງເປັນການຍົກລະດັບພະນັກງານຂອງການຄຸ້ມຄອງພາຍໃນໃຫ້ມີຄວາມເຂົ້ມແຂງ ແລະ ເນັ້ນໜັກໃຫ້ພະນັກງານນໍາພາ-ຄຸ້ມຄອງ ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ຈົ່ງຍົກສູງຄວາມເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດວຽກງານ ການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ວຽກງານວິຊາສະເພາະ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີການຈັດຕັ້ງໄດ້ມອບໝາຍໃຫ້.

© 2025 Copyright: ກະຊວງການເງິນ, ສປປ ລາວ