ໃນວັນທີ 15 ມິຖຸນາ 2026, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີເປີດຊຸດຝຶກອົບຮົມການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (TaxRIS) ຊຸດທີ 6 ປະຈຳປີ 2026. ໂດຍການເປັນປະທານຂອງ ທ່ານ ຄຳພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ, ມີຄະນະຮັບຜິດຊອບ, ນັກວິທະຍາກອນ, ນັກສຳມະນາກອນຈາກບັນດາເມືອງ ໃນແຂວງ ໄຊຍະບູລີ, ຊຽງຂວາງ ແລະ ແຂວງ ເຊກອງ ເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້, ກໍ່ແມ່ນເພື່ອເປັນການ ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ສ່ວຍສາອາກອນ ໃນການຫັນວຽກງານຄຸ້ມຄອງລາຍຮັບເຂົ້າສູ່ລະບົບທັນສະໄໝ ເປັນຕົ້ນແມ່ນ: ການຫັນການເກັບລາຍຮັບຊັບສິນ ເຂົ້າໃນລະບົບ TaxRIS ຢ່າງເຕັມຮູບແບບ; ປັບປຸງກົນໄກການແຈ້ງ-ມອບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ເສຍພາສີ; ຍົກລະດັບການວິເຄາະ-ວິໄຈຂໍ້ມູນ ໂດຍການເຊື່ອມໂຍງລະບົບຂໍ້ມູນທັງພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ.
ໂອກາດນີ້, ທ່ານ ຄຳພັນ ພັນທຸລັກ ໄດ້ມີຄຳເຫັນ ໂດຍໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນໃນການນຳໃຊ້ ກໍ່ຄືການຄຸ້ມຄອງລະບົບ TaxRIS ເພື່ອນໍາເອົາຄວາມຮູ້ດັ່ງກ່າວເຂົ້າໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງ ໃນການວິເຄາະ-ວິໄຈ ຖານຈັດເກັບລາຍຮັບຕົວຈິງໃຫ້ແທດເໝາະ ຊັດເຈນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ສະນັ້ນ ການຮຽນຮູ້ວຽກງານດັ່ງກ່າວແມ່ນມີຄວາມຈຳເປັນຢ່າງຍິ່ງ ເພື່ອສາມາດຄຸ້ມຄອງລາຍຮັບ ຢ່າງມີປະສິດທິພາບ ຮຽກຮ້ອງໃຫ້ນັກສຳມະນາກອນເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງເກັບລາຍຮັບ ໂດຍການໝູນໃຊ້ລະບົບ ກໍ່ຄື ບົດຮຽນ ໃຫ້ເກີດປະໂຫຍດສູງສຸດ; ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍລົງສູ່ລວງເລິກ ໃຫ້ບັນດາ ພະນັກງານພາຍໃນຂະແໜງການເງິນ ຕິດພັນກັບການ ປຸກລະດົມຫົວໜ່ວຍທຸລະກິດ ໃນການຫັນເຂົ້າສູ່ລະບົບທັນສະໄໝ ເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
ພາບ-ຂ່າວ: ວັນຊະນະ