ໃນພິທີດັ່ງກ່າວ ທ່ານ ນາງ ເກສອນ ເທບພະວົງ ຮອງຫົວໜ້າສະຖາບັນການເງິນ ໄດ້ໃຫ້ຮູ້ວ່າ: ໃນຕົ້ນສົກຮຽນ 2025-2026 ມີນັກສຶກສາ ທັງໝົດ 94 ຄົນ, ຍິງ 54 ຄົນ ແບ່ງອອກເປັນສາຂາ ຄື: ສາຂາການບັນຊີ ນັກສຶກສາປະລິຍາຕີຕໍ່ເນື່ອງ ພາກຄໍ່າ ຊຸດທີ 12 ຈຳນວນ 63 ຄົນ, ຍິງ 39 ຄົນ ແລະ ສາຂາພາສີ ພາກວັນເສົາ-ອາທິດ ຊຸດທີ 2 ຈຳນວນ 31 ຄົນ, ຍິງ 15 ຄົນ. ຜ່ານການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຕາມມາດຕະຖານຈາກກະຊວງສຶກສາທິການ ແລະ ກິລາ, ເຊິ່ງນັກສຶກສາທີ່ຖືກຮັບຮອງຮຽນຈົບຕົວຈິງ ຈຳນວນ 83 ຄົນ, ຍິງ 45 ຄົນ, ປະກອບມີ: ນັກສຶກສາປະລິນຍາຕີຕໍ່ເນື່ອງ ພາກຄໍ່າ ຊຸດທີ 12 ສາຂາ ການບັນຊີ ຈໍານວນ 54 ຄົນ, ຍິງ 31 ຄົນ ແລະ ພາກວັນເສົາ-ອາທິດ ຊຸດທີ 2 ສາຂາ ພາສີ ຈໍານວນ 29 ຄົນ, ຍິງ 14 ຄົນ ຜົນສຳເລັດດັ່ງກ່າວແມ່ນມາຈາກຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງພະນັກງານຄູ-ອາຈານສະຖາບັນເສດຖະກິດ-ການເງິນ ທັງໝົດ ແລະ ຄວາມເອົາໃຈໃສ່ໃນການສຶກສາຄົ້ນຄວ້າຂອງນັກສຶກສາຕະຫຼອດໄລຍະເວລາຮຽນໃນຊຸດນີ້ ດ້ວຍຄວາມຮັບຜິດຊອບສູງ. 



ໂອກາດດັ່ງກ່າວ, ທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າສະຖາບັນເສດຖະກິດ-ການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ ນັກສືກສາ ໄດ້ເອົາໃຈໃສ່ ຄົ້ນຄວ້າຮໍ່າຮຽນ ແລະ ຂື້ນຫ້ອງຮຽນປົກກະຕິ, ປະຕິບັດລະບຽບວິໄນການຮຽນ-ການສອນ ຂອງສະຖາບັນ ເຮັດໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.
ຕອນທ້າຍ ທ່ານ ຫົວໜ້າສະຖາບັນເສດຖະກິດ-ການເງິນ ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ນັກສຶກສາປະລິຍາຕີ ທີ່ຮຽນດີມີວິໄນຮຽນຈົບຊັ້ນໄດ້ຄະແນນສະເລ່ຍປະເພດດີຫຼາຍ, ພ້ອມທັງມອບໃບປະກາດສະນິຍະບັດໃຫ້ແກ່ນັກສຶກສາຈົບໃໝ່.

