ໃນໂອກາດ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 (AFF) ແຕ່ວັນທີ 7-9 ມິຖຸນາ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ໃນຕອນບ່າຍວັນທີ 07 ມິຖຸນາ 2026 ໄດ້ມີການພົບປະເຈລະຈາລະຫວ່າງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ສຳນັກງານນາຍົກລັດຖະມົນຕີ. ພາຍຫຼັງສໍາເລັດການພົບປະ, ສອງທ່ານນາຍົກລັດຖະມົນຕີ ກໍໄດ້ເປັນສັກຂີພິຍານໃນການແລກປ່ຽນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ ໄລຍະປີ 2026-2030. ຕາງໜ້າໃຫ້ກະຊວງການເງິນ ແຫ່ງ ສປປ ລາວ ໂດຍ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າໃຫ້ກະຊວງການເງິນ ແຫ່ງ ສສ ຫວຽດນາມ ໂດຍ ທ່ານ ໂງ ວັນ ຕ໋ວນ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ. ຂໍ້ຕົກລົງດັ່ງກ່າວ ໄດ້ສ້າງຂຶ້ນບົນພື້ນຖານການສືບຖອດ ແລະ ເສີມຂະຫຍາຍບັນດາຜົນສໍາເລັດທີ່ຍາດມາໄດ້ໃນໄລຍະ 2021-2025; ພ້ອມກັນນັ້ນ, ກໍເປັນການຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃນໄລຍະ 2026-2030 ທີ່ໄດ້ເຊັນໃນວັນທີ 03 ທັນວາ 2025 ຜ່ານການ, ໂດຍເນັ້ນໃນວຽກງານຂົງເຂດການພັດທະນາຂະແໜງການເງິນ. ໃນໄລຍະປີ 2021-2025 ຜ່ານມາ, ສອງກະຊວງການເງິນລາວ-ຫວຽດນາມ ໄດ້ມີຜົນສຳເລັດໃນການຮ່ວມມືຈັດຕັ້ງປະຕິບັດໄດ້ທັງໝົດ ຈຳນວນ 128 ກິດຈະກຳ, ປະກອບເປັນ 162 ຄະນະ, ລວມມີ 842 ເທື່ອຄົນ, ເຊິ່ງໄດ້ປະກອບສ່ວນຊ່ວຍເຫຼືອ ໃນການປັບປຸງປະຕິຮູບຂະແໜງການເງິນໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດຕ່າງໆ. ສຳລັບແຜນການຮ່ວມມືຂອງສອງຂະແໜງການເງິນ ໄລຍະປີ 2026-2030 ເພີ່ມທະວີການສົ່ງເສີມການພັດທະເສດຖະກິດ-ການເງິນ ໃຫ້ມີຄວາມທົນທານກັບການປ່ຽນແປງຂອງສະພາບແວດລ້ອມ ຄຽງຄູ່ກັບຄວາມຍືນຍົງ ແລະ ຮັບປະກັນໃນການເຊື່ອມໂຍງເຊື່ອມຈອດກັບສາກົນໄດ້ຢ່າງມີປະສິດທິຜົນຍິ່ງໆຂຶ້ນ ແລະ ຈະເສີມຂະຫຍາຍໃຫ້ມີລັກສະນະຫຼາກຫຼາຍຮູບແບບ ເພື່ອແທດເໝາະກັບຄວາມຕ້ອງການໃນການພັດທະນາຕົວຈິງ, ພ້ອມນັ້ນ ຈະສືບຕໍ່ບູລິມະສິດໃນຂົງເຂດການຊ່ວຍສ້າງຄວາມເຂັ້ມແຂງດ້ານກົນໄກ ແລະ ລະບົບງົບປະມານ;ການປັບປຸງເຜີຍແຜ່ບັນດາລະບຽບກົດໝາຍ;ການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງຂະແໜງການເງິນ; ການຄຸ້ມຄອງວຽກງານຊັບສິນແຫ່ງລັດ, ການຄຸ້ມຄອງໜີ້້ສິນ, ການຄຸ້ມຄອງວຽກງານພາສີ, ອາກອນ, ຄັງເງິນແຫ່ງລັດ ແລະ ອື່ນໆ; ພ້ອມກັນນັ້ນ, ກໍຈະໄດ້ສ້າງ ແລະ ຍົກລະດັບຄວາມອາດສາມາດຂອງພະນັກງານຂະແໜງການເງິນ ໂດຍຜ່ານສະຖາບັນການສຶກສາກ່ຽວຂ້ອງຢ່າງມີຫຼັກສູດ ແລະ ເປັນລະບົບ. ນອກນັ້ນ, ຍັງຈະສືບຕໍ່ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານໂຄງລ່າງພື້ນຖານ, ວັດຖຸອຸປະກອນດ້ານວິຊາສະເພາະແລະ ການຈັດກິດຈະກຳຕ່າງໆ ເພື່ອພົບປະ, ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືຖອດຖອນບົດຮຽນຮ່ວມກັນ ລະຫວ່າງ ສອງກະຊວງການເງິນ ສປປ ລາວ ແລະ ສສ ຫວຽດນາມ ຢູ່ຂັ້ນສູນກາງ ແລະ ຂະແໜງການເງິນຢູ່ຂັ້ນທ້ອງຖິ່ນ. ສຳລັບທຶນການສຶກສາ ທີ່ສະໜັບສະໜູນໂດຍກະຊວງການເງິນ ສສ ຫວຽດນາມ ໃຫ້ແກ່ພະນັກງານຂະແໜງການເງິນ ໃນລະດັບປະລິນຍາໂທ ແລະປະລິນຍາເອກ ໃນໄລຍະປີ 2026-2030 ແມ່ນເພີ່ມຈາກ 10 ທຶນ ມາເປັນ 15 ທຶນ ແລະ ເພີ່ມຫົວຂໍ້ແລກປ່ຽນຂອງອົງການຈັດຕັ້ງມະຫາຊົນຂອງທັງສອງຝ່າຍອີກດ້ວຍ.
