• ກົມສ່ວຍສາອາກອນ
  • |
  • 2026-06-08
  • |
  • ວຽກຮ່ວມມື

       ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມສ່ວຍສາອາກອນ, ກະຊວງການເງິນ ແລະ ສໍານັກງານຂໍ້ມູນ ຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 05 ມິຖຸນາ 2026, ໂດຍການເຂົ້າຮ່ວມພິທີລົງນາມປະກອບມີ ທ່ານ ຄຳພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ ແລະ ທ່ານ ສະຫວັນດວງຈິດ ແສງເດືອນ ວ່າການແທນຫົວໜ້າ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ. ມີ ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກ ຫ້ອງການ ກະຊວງການເງິນ, ຫ້ອງການ ທະນາຄານແຫ່ງ ສປປ ລາວ, ຄະນະພະແນກ ອ້ອມຂ້າງກົມສ່ວຍສາອາກອນ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ແຂກຮັບເຊີນເຂົ້າຮ່ວມ.

       ຈຸດປະສົງຂອງ MOU ໃນຄັ້ງນີ້, ສ້າງຂຶ້ນເພື່ອການພົວພັນຮ່ວມມື ລະຫວ່າງ ສໍານັກງານຂໍ້ມູນ ຕ້ານການຟອກເງິນ ແລະ ກົມສ່ວຍສາອາກອນ ໃນການຈັດຕັ້ງປະຕິບັດວຽກງານການຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຫຼົບຫຼີກອາກອນ ຢູ່ ສປປ ລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ ຊຶ່ງມີເນື້ອໃນເພື່ອ ຜັນຂະຫຍາຍ ກົດໝາຍ ວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024 ແລະ ກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019; ກຳນົດເນື້ອໃນກ່ຽວກັບຫຼັກການ, ວິທີການພົວພັນ, ການປະສານງານ, ການຮັກສາຄວາມລັບ ແລະ ຄວາມຮັບຜິດຊອບ ຂອງການຮ່ວມມື ຊຶ່ງກັນ ແລະ ກັນ ໃຫ້ເປັນລະບົບ, ວ່ອງໄວ, ປອດໄພ ແລະ ຮັບປະກັນ ໃຫ້ທັນສະພາບການ; ເປັນບ່ອນອີງໃນການເຂົ້າເຖິງ ແລະ ການນໍາໃຊ້ຂໍ້ມູນທາງດ້ານການເງິນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການນໍາໃຊ້ຂໍ້ມູນ ທີ່ພົວພັນກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຫຼົບຫຼີກອາກອນ ຂອງທັງສອງຝ່າຍ; ປະກອບສ່ວນເຮັດໃຫ້ສັງຄົມມີຄວາມໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ເພີ່ມທະວີການຮ່ວມມື ໃນການຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຫຼົບຫຼີກອາກອນ.

       ໂດຍອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະອະນຸກຳມະການຊ່ວຍວຽກ ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 13/ຄຕຟງ, ລົງວັນທີ 23 ກໍລະກົດ 2025 ເຊິ່ງຂະແໜງສ່ວຍສາອາກອນ ແມ່ນນອນໃນອະນຸກຳມະການດຳເນີນຄະດີອາຍາ. 

        ໃນນີ້, ສຳລັບວຽກງານຕ້ານການຟອກເງິນ (AML) ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (CFT) ຊຶ່ງກົມສ່ວຍສາອາກອນ ແມ່ນໄດ້ຜັນຂະຫຍາຍບັນດາປະສິດທິຜົນດັ່ງກ່າວ ມາເປັນ 3 ກຸ່ມວຽກງານ ຄື:  ວຽກງານການເຜີຍແຜ່, ການສ້າງຄວາມສາມາດ ແລະ ການລາຍງານ; ວຽກງານ ການສືບສວນ-ສອບສວນ ແລະ ການເກັບກຳສະຖິຕິ ແລະ ວຽກງານນິຕິກຳ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ