• ກະຊວງການເງິນ
  • |
  • 2026-06-04
  • |
  • ວຽກວິຊາສະເພາະ

               ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງໄດ້ຈັດກອງປະຊຸມລະດັບສູງກ່ຽວກັບການຫັນເປັນທັນສະໄໝ ແລະ ວຽກງານການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດຂຶ້ນ ໃນວັນທີ 04 ມິຖຸນາ 2026 ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ດີໂອເມເດັສ ເບໂຣອາ (Diomedes Berroa) ຫົວໜ້າຝ່າຍຈັດຊື້-ຈັດຈ້າງ ທະນາຄານໂລກ ປະຈຳ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ມີ ທ່ານ ອຸຕະແກ້ວ ແກ້ວດວງສີນ  ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້ຈັດຈ້າງ; ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ຈາກອົງການຈັດຕັ້ງສາກົນ ພ້ອມດ້ວຍ ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

        ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເປັນເຄື່ອງມືທີ່ສໍາຄັນໃນການເຄື່ອນໄຫວວຽກງານ ເພື່ອໃຫ້ວຽກງານດັ່ງກ່າວໃຫ້ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການນໍາໃຊ້ທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນຢ່າງດີ.

       ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີ ແລະ ໃນການຄຸ້ມຄອງການນຳໃຊ້ງົບປະມານ ແລະ ທຶນຂອງລັດ ໃຫ້ມີປະສິດທິຜົນຫຼາຍຂຶ້ນ, ໃນຍຸກສະໄໝທີ່ເຕັກໂນໂລຊີມີການປ່ຽນແປງຢ່າງກ້າວກະໂດດ ແລະ ສະພາບເສດຖະກິດ-ສັງຄົມ ທີ່ມີຄວາມຮຽກຮ້ອງຕ້ອງການສູງ, ກົນໄກການຈັດຊື້-ຈັດຈ້າງແບບເດີມ ທີ່ເປັນເຈ້ຍ ຫຼື ໃຊ້ເວລາຫຼາຍ ແມ່ນເລີ່ມມີຂໍ້ຈຳກັດ. ສະນັ້ນ, ການຫັນເປັນທັນສະໄໝກໍ່ມີຄວາມສຳຄັນຢ່າງຍິ່ງ ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນທີ່ຈຳເປັນ ແລະ ເລັ່ງດ່ວນ ເພື່ອເພີ່ມທະວີຄວາມໂປ່ງໃສຫຼຸດຜ່ອນຊ່ອງຫວ່າງຂອງການສໍ້ລາດບັງຫຼວງ, ຍົກສູງປະສິດທິພາບ ປະຢັດເວລາ, ງົບປະມານ ແລະ ຊັບພະຍາກອນຂອງລັດ ພ້ອມທັງ ເປີດໂອກາດໃຫ້ພາກທຸລະກິດ, ໂດຍສະເພາະ SME ເຂົ້າເຖິງໂຄງການຂອງລັດຢ່າງເທົ່າທຽມກັນ.

        ການປັບປຸງກົດໝາຍຄັ້ງນີ້ ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ ດ້ານເຕັກນິກ-ວິຊາການ ຈາກ ທະນາຄານໂລກ, ຊຶ່ງການຮ່ວມມື ແລະ ສະໜັບສະໜູນດັ່ງກ່າວ ແມ່ນມີບົດບາດອັນສໍາຄັນທີ່ຊ່ວຍໃຫ້ຄະນະປັບປຸງກົດໝາຍໄດ້ຮຽນຮູ້ ແລະ ນໍາເອົາຄໍາຄິດເຫັນຂອງຊຽວຊານມາປັບປຸງໃສ່ໃນຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ມີມາດຖານຂອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດຢູ່ ສປປ ລາວ ມີລະດັບດີຂຶ້ນທຽບກັບສາກົນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ