ໃນວັນທີ 04 ມິຖຸນາ 2026, ກະຊວງການເງິນ ຮ່ວມກັບສະຖາບັນເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ (GGGI) ໄດ້ຈັດກອງປະຊຸມທົບທວນ ແລະ ລາຍງານຜົນການການຈັດຕັ້ງປະຕິບັດວຽກງານການພັດທະນາເສດຖະກິດໄປຕາມທິດສີຂຽວ ໂດຍການເປັນປະທານຮ່ວມຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນາງ ເອວາ ດີອາສ ຢູຈີນາ ຮອງຫົວໜ້າສະຖາບັນເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ, ມີບັນດາກົມອ້ອມຂ້າງກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງ ຂັ້ນສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພູວົງ ກິດຕະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນເວທີສໍາຄັນໃນການທົບທວນຜົນສໍາເລັດ ດ້ານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສະຖາບັນການເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ ແລະ ເປັນເວທີສໍາຄັນ ໃນການຍົກລະດັບການຮ່ວມມື ໃນຕໍ່ໜ້າ.
ສຳລັບ ສປປ ລາວ, ການເຕີບໂຕສີຂຽວ ເປັນຍຸດທະສາດໃນການພັດທະນາປະເທດ ເຊິ່ງລັດຖະບານໄດ້ກຳນົດເອົາການເຕີບໂຕສີຂຽວເປັນທິດທາງບຸລິມະສິດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຳລັງສືບຕໍ່ໃນແຜນຄັ້ງທີ X ໂດຍມຸ່ງເນັ້ນການສ້າງພື້ນຖານເສດຖະກິດທີ່ມີຄວາມຢືດຢຸ່ນ, ທົນທານ ແລະ ສາມາດຮອງຮັບຄວາມສ່ຽງໃນອະນາຄົດ.
ຜ່ານການຈັດຕັ້ງປະຕິບັດຕາມຂອບແຜນງານຂອງ ສະຖາບັນເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ ປີ 2021-2025 ໄດ້ສ້າງຜົນສຳເລັດອັນໂດດເດັ່ນໃນຫຼາຍດ້ານ ທັງການວາງນະໂຍບາຍ, ການປັບປຸງກົດໝາຍ, ການສ້າງຂີດຄວາມສາມາດ ແລະ ການລະດົມທຶນສີຂຽວ ເປັນການປູພື້ນຖານໃຫ້ ສປປ ລາວ ສາມາດກ້າວໄປສູ່ການເປັນປະເທດລາຍຮັບປານກາງຢ່າງຍືນຍົງ ເປັນຕົ້ນ ໂຄງການດ້ານການຄຸ້ມຄອງຂີ້ເຫຍື້ອ ແລະ ນ້ຳເປື້ອນ, ການພັດທະນາຕົວເມືອງສີຂຽວ, ການສົ່ງເສີມພະລັງງານສະອາດ, ການວາງຮາກຖານສຳລັບຕະຫຼາດກາກບອນ, ການອອກຮຸ້ນກູ້ສີຂຽວ ແລະ ການລະດົມແຫຼ່ງທຶນຈາກສາກົນ ເພື່ອສະໜັບສະໜູນໂຄງການທີ່ເປັນມິດຕໍ່ສິ່ງແວດລ້ອມ, ເປັນການຍົກລະດັບສຸຂະພາບຊຸມຊົນ, ການປົກປ້ອງແຫຼ່ງນ້ຳ, ການຫຼຸດຜ່ອນມົນລະພິດ ແລະ ການສ້າງສະພາບແວດລ້ອມທີ່ດີຂຶ້ນໃຫ້ແກ່ປະຊາຊົນ.
ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ: ກະຊວງການເງິນ ເຊິ່ງເປັນໃຈກາງປະສານງານຫຼັກ ຈະສືບຕໍ່ສົ່ງເສີມ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອໃຫ້ການລົງທຶນສີຂຽວ ແລະ ການເງິນສີຂຽວ ກາຍເປັນໜຶ່ງໃນກົນໄກສຳຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດຂອງປະເທດ.

ໃນກອງປະຊຸມ ຄັ້ງນີ້ ຍັງໄດ້ນຳສະເໜີຜົນໄດ້ຮັບຈາກການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ GGGI ໄດ້ສະໜັບສະໜູນລັດຖະບານລາວຜ່ານມາໃນປີ 2025, ແຜນກິດຈະກຳທີ່ຈະຈັດຕັ້ງປະຕິບັດໃນປີ 2026 ແລະ ປຶກສາຫາລື ກອບແຜນງານການຮ່ວມມືລະດັບປະເທດ ຂອງ ສະຖາບັນການເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ ປີ 2026-2030 (Country Planning Framework 2026-2030).