• ກະຊວງການເງິນ
  • |
  • 2026-06-05
  • |
  • ວຽກຮ່ວມມື

       ໃນວັນທີ 05 ມິຖຸນາ 2026, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ໂທມາດສ ຣາເຊວ (Thomas Rachel) ປະທານກຳມາທິການເສດຖະກິດ ແລະ ການພັດທະນາ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ  ພ້ອມດ້ວຍຄະນະ ເພື່ອແລກປ່ຽນ ແລະ ປຶກສາຫາລືກ່ຽວກັບ ວຽກງານການຮ່ວມມື ແລະ ການພັດທະນາ ລະຫວ່າງ ສປປ ລາວ ແລະ ເຢຍລະມັນ.

       ການເຂົ້າຢ້ຽມຂໍ່ານັບ ຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍສຳລັບການມາເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ, ເປັນຂີດໝາຍສຳຄັນຂອງການຮ່ວມມືສອງພາກສ່ວນ, ເຊິ່ງ ສສ. ເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການສະໜັບສະໜູນວຽກງານການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະ ຂະແໜງການພັດທະນາຊັບພະຍາກອນມະນຸດ (Hunman Capital).

       ສສ. ເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ນັບແຕ່ປີ 1964  ເປັນຕົ້ນມາ, ໂດຍສະເພາະການສະໜັບສະໜູນໃນຂົງເຂດການຊ່ວຍເຫຼືອເພື່ອການພັດທະນາ ODA ແລະ ການຮ່ວມມືດ້ານອື່ນໆ ໃຫ້ແຕກດອກອອກຜົນເປັນກ້າວໆ ແລະ ພ້ອມຈະສືບຕໍ່ປະສານສົມທົບໃນການຮ່ວມມືຕາມແຜນວຽກໃນຕໍ່ໜ້າໃຫ້ມີຄວາມສຳເລັດ ແລະ ໃຫ້ໄດ້ຮັບໝາກຜົນສູງສຸດ.

       ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ຫາລືກ່ຽວກັບວຽກງານນະໂຍບາຍການພັດທະນາ ຂອງ ສປປ ລາວ ເຊັ່ນ: ການກະກຽມຮັບມືຕໍ່ການຫຼຸດລົງຂອງທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຫຼັງຈາກ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການສົ່ງເສີມການມີວຽກເຮັດງານທຳຂອງໄວໜຸ່ມ ແລະ ມາດຕະການແກ້ໄຂຕໍ່ກັບສະພາບຄວາມຫຍຸ້ງຍາກຂອງການນຳເຂົ້ານໍ້າມັນເຊື້ອໄຟຈາກຜົນກະທົບຄວາມບໍ່ສະຫງົບໃນຕາເວັນອອກກາງ.

       ນອກນັ້ນ, ທ່ານ ໂທມາດສ ຣາເຊວ ຍັງໄດ້ສະແດງເຈດຈໍານົງໃນການສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ  ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 10 ແລະ ຮັກສາບູລິມະສິດການຮ່ວມມືສອງຝ່າຍໃຫ້ແກ່ ສປປ ລາວ ໃນຂົງເຂດວຽກງານບູລິມະສິດຂອງລັດຖະບານ ເປັນຕົ້ນແມ່ນ: ການພັດທະນາເສດຖະກິດແບບຍືນຍົງ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ວຽກງານການພັດທະນາຊົນນະບົດ ອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ