ໃນວັນທີ 02 ມິຖຸນາ 2026, ກົມພາສີ ກະຊວງການເງິນ ໄດ້ຈັດພິທີເປີດຊຸດຝຶກອົບຮົມຫຼັກສູດ “ຜູ້ແຈ້ງພາສີທົ່ວໄປ” ຊຸດທີ 2 ຂອງສົກປີ 2026 ໂດຍການເປັນປະທານຂອງ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະຮັບຜິດຊອບ, ວິທະຍາກອນ ພ້ອມດ້ວຍຕົວແທນຈາກບໍລິສັດ ແລະ ຜູ້ປະກອບການທຸລະກິດ ນໍາເຂົ້າ-ສົ່ງອອກ ເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້ ຈະດໍາເນີນໄປເປັນເວລາ 04 ວັນ (ລະຫວ່າງວັນທີ 02-05 ມິຖຸນາ 2026) ໂດຍມີເປົ້າໝາຍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ບໍລິສັດ ແລະ ຜູ້ປະກອບການ ທີ່ດໍາເນີນການແຈ້ງພາສີສິນຄ້າ-ເຄື່ອງຂອງດ້ວຍຕົນເອງ ຜ່ານດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ. ເຊິ່ງ ທ່ານ ວົງວັນເພັງ ພູມສະຫວັນ ໄດ້ກ່າວເນັ້ນໜັກວ່າ: ປັດຈຸບັນ, ກົດໝາຍ, ລະບຽບການ, ນິຕິກໍາ ແລະ ຂັ້ນຕອນການແຈ້ງພາສີແບບທັນສະໄໝ ແມ່ນໄດ້ມີການປັບປຸງ ແລະ ພັດທະນາແບບກ້າວກະໂດດ. ດັ່ງນັ້ນ, ຜູ້ປະກອບການ ຈໍາເປັນຕ້ອງໄດ້ຮັບການຝຶກອົບຮົມຄືນໃໝ່ ເພື່ອໃຫ້ສາມາດປະຕິບັດງານໄດ້ຢ່າງຖືກຕ້ອງຕາມກົດໝາຍ.
ຕະຫຼອດໄລຍະການຝຶກອົບຮົມ, ນັກສໍາມະນາກອນຈະໄດ້ຮຽນຮູ້ 11 ຫົວຂໍ້ ທີ່ສໍາຄັນ ຈາກວິທະຍາກອນ ແລະ ຄູຝຶກ ທີ່ມີປະສົບການຕົວຈິງ ຈາກພະແນກ ແລະ ດ່ານພາສີສາກົນ ເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍພາສີ, ກົດໝາຍສ່ວຍສາອາກອນບາງມາດຕາ ແລະ ນິຕິກໍາຂອງຂະແໜງການທີ່ກ່ຽວຂ້ອງ; ສາລະບານອັດຕາພາສີ, ການຈັດລະຫັດສິນຄ້າ, ການປະຕິບັດສັນຍາເສລີ, ຫຼັກການກໍານົດມູນຄ່າແຈ້ງພາສີ ແລະ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າ; ລະບຽບການກວດຄືນຫຼັງການແຈ້ງພາສີ; ລະບຽບການມາດຕະຖານ ແລະ ເງື່ອນໄຂຜູ້ປະກອບການ AEO; ພາບລວມບັນດາໂມດູນຕ່າງໆ ຂອງລະບົບພາສີທັນສະໄໝ (ASYCUDA) ທີ່ນໍາໃຊ້ໃນປັດຈຸບັນ; ລະບຽບການຈັດຕັ້ງປະຕິບັດບົດແນະນໍາ ສະບັບເລກທີ 5916/ກງ; ຫຼັກການບໍລິຫານຄວາມສ່ຽງຜູ້ແຈ້ງພາສີທົ່ວໄປ; ການນໍາໃຊ້ໂມດູນສາງພາສີທັນສະໄໝ CWMS; ການປ້ອນຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ ACDD; ຂັ້ນຕອນການແຈ້ງພາສີຜ່ານລະບົບ NSWA+ ທາງບົກ ແລະ ທາງລາງ ແລະ ການຄຸ້ມຄອງນໍາໃຊ້ໂມດູນ ບ53.
ພາຍຫຼັງສໍາເລັດການຝຶກອົບຮົມ, ນັກສໍາມະນາກອນຈະຕ້ອງໄດ້ຜ່ານການສອບເສັງວັດລະດັບຄວາມຮູ້ ເພື່ອຮັບໃບຢັ້ງຢືນ ເພື່ອເປັນບ່ອນອີງໃນການເຊັນສັນຍາຄໍ້າປະກັນການແຈ້ງພາສີ ແລະ ການອອກລະຫັດ User ID (ຊິບປິ້ງ) ສໍາລັບການເຄື່ອນໄຫວແຈ້ງພາສີໃຫ້ບໍລິສັດຕົນເອງ ຢູ່ດ່ານພາສີຊາຍແດນທົ່ວປະເທດ.