• ກະຊວງການເງິນ
  • |
  • 2026-06-03
  • |
  • ວຽກຮ່ວມມື

        ໃນວັນທີ 2 ມິຖຸນາ 2026 ກະຊວງການເງິນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດ ແລະ ການທົບທວນການຈັດຕັ້ງປະຕິບັດໂຄງການ ແລະ ແຜນງານ ການຊ່ວຍເຫຼືອ ປະຈຳປີ 2026 ແລະ ທິດທາງແຜນການປີ 2026-2029-2029. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ຊານນີ ແຄມເບວ (Ms. Shanny Campbell) ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ, ມີບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ, ລັດຖະບານ ພ້ອມດ້ວຍພະນັກງານ ແລະ ຊ່ຽວຊານຈາກ ADB ເຂົ້າຮ່ວມ.

         ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບທິດທາງແຜນການຊ່ວຍເຫຼືອຂອງ ADB ສຳລັບສົກປີ 2026–2029 ແລະ ວາງແຜນປະຕິບັດງານເພື່ອແກ້ໄຂບັນຫາສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແນ່ໃສ່ຍົກສູງປະສິດທິພາບຂອງການຮ່ວມມືໃຫ້ເກີດຜົນປະໂຫຍດສູງສຸດ. ໃນການກະກຽມແຜນງານສະໜອງທຶນສຳລັບບັນດາວຽກງານການພັດທະນາໃໝ່ໆ ໃນໄລຍະປີ 2026–2029 ເຊິ່ງກວມເອົາຫຼາຍຂະແໜງການທີ່ສຳຄັນ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກຳ, ພັດທະນາພື້ນຖານໂຄງລ່າງ, ການປັບປຸງສະພາບແວດລ້ອມຕົວເມືອງ, ການທ່ອງທ່ຽວ, ການເງິນ ແລະ ພັດທະນາພະລັງງານ. 

        ຄຽງຄູ່ກັນນັ້ນ, ກອງປະຊຸມຍັງໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດແຜນງານໃນປັດຈຸບັນ ເຊິ່ງເຫັນໄດ້ວ່າຫຼາຍຂະແໜງການສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ. ຢ່າງໃດກໍຕາມ, ຍັງມີບາງໜ້າວຽກໃນບາງຂະແໜງການ ເປັນຕົ້ນແມ່ນ ຂະແໜງການເງິນ, ກະສິກຳ ແລະ ໂຍທາທິການ ຍັງພົບກັບຂໍ້ຄົງຄ້າງ ແລະ ສິ່ງທ້າທາຍບາງປະການ. 

          ເພື່ອຮັບປະກັນຜົນສຳເລັດຮ່ວມກັນ, ບັນດາຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍຊ່ຽວຊານຈາກ ADB ໄດ້ເປັນເອກະພາບກັນໃນການວາງແຜນປະຕິບັດງານ ແກ້ໄຂບັນຫາສະເພາະໜ້າຢ່າງຮີບດ່ວນ.

          ໃນຕອນທ້າຍຂອງກອງປະຊຸມ, ຍັງໄດ້ມີວາລະພິເສດໃນການເປີດຕົວຢ່າງເປັນທາງການຜ່ານໜ້າເວັບໄຊທ໌ ສຳລັບ ບົດລາຍງານການສ້າງຄວາມສະດວກໃນການລົງທຶນ ແລະ ການຄ້າຂັ້ນແຂວງ ຄັ້ງທີ 3. ເຊິ່ງບົດລາຍງານສະບັບນີ້ ຈະເປັນເຄື່ອງມືອັນສຳຄັນຍິ່ງ ໃນການສະໜັບສະໜູນພາກລັດ ແລະ ເອກະຊົນ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ເອື້ອອຳນວຍຕໍ່ການເຕີບໂຕທາງເສດຖະກິດຢ່າງຍືນຍົງໃນອະນາຄົດ.

© 2025 Copyright: ກະຊວງການເງິນ, ສປປ ລາວ