• ກົມສ່ວຍສາອາກອນ
  • |
  • 2026-05-29
  • |
  • ວຽກວິຊາສະເພາະ

      ໃນວັນທີ 29 ພຶດສະພາ 2026, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົມການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (TaxRIS) ຊຸດທີ 5 ປະຈຳປີ 2026. ໂດຍການເປັນປະທານຂອງ ທ່ານ ເອກກະໄຊ ພູທອນສີ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຮັບຜິດຊອບ, ນັກວິທະຍາກອນ,  ນັກສຳມະນາກອນຈາກບັນດາເມືອງ ໃນແຂວງ ຜົ້ງສາລີ, ແຂວງ ບໍ່ແກ້ວ ແລະ ແຂວງ ຫົວພັນ ເຂົ້າຮ່ວມ.

       ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ສ່ວຍສາອາກອນ ໃນການຫັນວຽກງານຄຸ້ມຄອງລາຍຮັບເຂົ້າສູ່ລະບົບທັນສະໄໝ ເປັນຕົ້ນແມ່ນ: ການຫັນການເກັບລາຍຮັບຊັບສິນ ເຂົ້າໃນລະບົບ TaxRIS ຢ່າງເຕັມຮູບແບບ; ປັບປຸງກົນໄກການແຈ້ງ-ມອບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ເສຍພາສີ; ຍົກລະດັບການວິເຄາະ-ວິໄຈຂໍ້ມູນ ໂດຍການເຊື່ອມໂຍງລະບົບຂໍ້ມູນທັງພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ. ພ້ອມນີ້, ທ່ານປະທານໄດ້ສະແດງຄວາມເຊື່ອໝັ້ນວ່າ ນັກສຳມະນາກອນທຸກທ່ານຈະກາຍເປັນ "ຂົວຕໍ່" ທີ່ສຳຄັນ ໃນການນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຂອງຕົນ ໃຫ້ເກີດຜົນເປັນຈິງ ເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

        ຜ່ານການຝຶກອົບຮົມ, ພາກສ່ວນກ່ຽວຂ້ອງໄດ້ປະເມີນຜົນການຮຽນຮູ້ໃນແຕ່ລະໂມດູນ (Module) ຢ່າງລະ ອຽດ ເຫັນວ່າ: ນັກສຳມະນາກອນ ມີຄວາມເຂົ້າໃຈດີຂຶ້ນ; ສາມາດ ປະຕິບັດຕົວຈິງ ໃນການຊ້ລະບົບ ໄດ້ຕາມຄາດໝາຍ; ມີຄວາມຮັບຜິດຊອບສູງ ແລະເອົາໃຈໃສ່ຄົ້ນຄວ້າບົດຮຽນຕະຫຼອດໄລຍະການຝຶກອົບຮົມ. 

© 2025 Copyright: ກະຊວງການເງິນ, ສປປ ລາວ