• ກົມຄຸ້ມຄອງການບັນຊີ
  • |
  • 2026-05-29
  • |
  • ວຽກວິຊາສະເພາະ

       ໃນວັນທີ 29 ພຶດສະພາ 2026, ທີ່ຫ້ອງປະຊຸມ ສະຖາບັນເສດຖະກິດ-ການເງິນ ສາຂາພາກໃຕ້, ກະຊວງການເງິນ ໄດ້ຈັດກອງປະຊຸມທາບທາມເປີດກວ້າງກ່ຽວກັບ “ຮ່າງ” ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ການບັນຊີ ແລະ ການກວດສອບອິດສະລະ ພ້ອມທັງ ເຜີຍແຜ່ກົດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍການກວດສອບອິດສະຫຼະ. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ໂດຍມີທ່ານຫົວໜ້າກົມຄຸ້ມຄອງການບັນຊີ, ຕາງໜ້າພະແນກການເງິນແຂວງ, ຫ້ອງການການເງິນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

        ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເນື່ອງຈາກເປັນການຜັນຂະຫຍາຍ ກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ ປີ 2023) ແລະ ກົດໝາຍວ່າດ້ວຍການກວດສອບອິດສະລະ (ສະບັບປັບປຸງ ປີ 2024). ເປົ້າໝາຍຫຼັກແມ່ນເພື່ອສ້າງເຄື່ອງມືທີ່ໜັກແໜ້ນໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການຖືບັນຊີ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ມາດຕະຖານວິຊາຊີບ, ແນໃສ່ເຮັດໃຫ້ວຽກງານບັນຊີ ແລະ ກວດສອບອິດສະລະ ເປັນເຄື່ອງມືທີ່ມີປະສິດທິພາບໃນການສະໜອງຂໍ້ມູນຂ່າວສານດ້ານການເງິນ ເພື່ອຮັບໃຊ້ການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ.

        ທ່ານ ພູວົງ ກິດຕະວົງ ໄດ້ເນັ້ນໜັກໃນກອງປະຊຸມວ່າ ວຽກງານບັນຊີ ແລະ ການກວດສອບອິດສະລະ ແມ່ນ ເຄື່ອງມືສຳຄັນໃນການຄຸ້ມຄອງການເງິນແຫ່ງລັດ, ການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍງົບປະມານ. ນອກຈາກນີ້, ຍັງເປັນກົນໄກສຳຄັນໃນການສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການຄຸ້ມຄອງການເງິນ, ຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ເພື່ອເຮັດໃຫ້ສັງຄົມມີຄວາມຍຸຕິທຳ ແລະ ສ້າງຖານລາຍຮັບງົບປະມານໃຫ້ມີຄວາມຍືນຍົງ.

        ຮ່າງດຳລັດສະບັບນີ້ ປະກອບມີທັງໝົດ VII ພາກ, 4 ໝວດ ແລະ 77 ມາດຕາ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນຢ່າງມີຄວາມຮັບຜິດຊອບສູງ ເພື່ອໃຫ້ຮ່າງດຳລັດມີເນື້ອໃນຄົບຖ້ວນ, ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບໃນທົ່ວປະເທດ. ຜົນຂອງກອງປະຊຸມໃນຄັ້ງນີ້ ຈະເປັນພື້ນຖານໃຫ້ຄະນະຮັບຜິດຊອບນຳໄປປັບປຸງຮ່າງດຳລັດໃຫ້ສົມບູນ ເພື່ອນຳສະເໜີຕໍ່ກອງປະຊຸມລັດຖະບານພິຈາລະນາປະກາດໃຊ້ໃນຕໍ່ໜ້າ.

        ດຳລັດສະບັບນີ້ ແມ່ນສ້າງຂຶ້ນເພື່ອເປັນ ເຄື່ອງມືໃຫ້ແກ່ເຈົ້າໜ້າທີ່ໃນການຊຸກຍູ້ ແລະ ສົ່ງເສີມ ໃຫ້ບັນດາຫົວໜ່ວຍຖືບັນຊີ ທັງພາກລັດ ແລະ ພາກທຸລະກິດ ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ. ເປົ້າໝາຍແມ່ນເພື່ອເຮັດໃຫ້ການຖືບັນຊີໃນທົ່ວປະເທດ ເພີ່ມຂຶ້ນ ແລະ ຫັນເຂົ້າສູ່ລະບຽບການຢ່າງເປັນເອກະພາບ. ເຊິ່ງມາດຕະການປັບໃໝຈະຖືກນຳໃຊ້ກໍຕໍ່ເມື່ອມີການລະເມີດຊ້ຳເຮື້ອ ຫຼື ເຈດຕະນາບໍ່ປະຕິບັດຕາມການກ່າວເຕືອນເທົ່ານັ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ