ພິທີປະກາດແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ເພື່ອຮັບໜ້າທີ່ໃໝ່ ຂອງ ພະແນການການເງິນ ແລະ ສ່ວຍສາອາກອນປະຈໍາແຂວງວຽງຈັນ, ໄດ້ຈັດຂຶ້ນໃນ ວັນທີ 28 ພຶດສະພາ 2026 ທີ່ສະໂມສອນຂອງຫ້ອງວ່າການແຂວງວຽງຈັນໂດຍການເປັນປະທານຂອງທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງວຽງຈັນ, ມີທ່ານ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງການເງິນ ແລະ ທ່ານ ເອກະໄຊ ພູທອນສີ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີແຂກຖືກເຊີນຈາກກົມກ່ຽວຂ້ອງຂອງກະຊວງການເງິນ, ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການ-ການເງິນ, ສ່ວຍສາອາກອນ 04 ເມືອງອ້ອມຂ້າງເທດສະບານແຂວງ ແລະ 03 ຂະແໜງການສາຍຕັ້ງ ພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງລັດປະຈໍາແຂວງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາຊອບ ຜາທຸມມະວົງ ຮອງຫົວໜ້າພະແນກຄຸ້ມຄອງພະນັກງານ ກົມຈັດຕັ້້ງ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງິນ ສະບັບເລກທີ 1836/ກງ, ລົງວັນທີ 19 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ໂດຍໄດ້ແຕ່ງຕັ້ງ ທ່ານ ເພັດສົມພອນ ພົງໄພປະດິດ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງວຽງຈັນ ເປັນ ຫົວໜ້າສ່ວຍສາອາກອນປະຈໍາແຂວງວຽງຈັນ.
ພ້ອມນີ້ ໃນພິທີ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 567/ຄປຂ.ວຈ, ລົງວັນທີ 26 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງ ທ່ານ ຫອມຮັກ ສຸນາວັນ ຮອງຫົວໜ້າພະແນກການເງິນແຂວງ ເປັນ ຫົວໜ້າພະແນກການເງິນແຂວງ ແລະ ຂໍ້ຕົກລົງ ເລກທີ 566/ຄປຂ.ວຈ, ລົງວັນທີ 26 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ອ່ອນ ຈັນທະວົງ ຫົວໜ້າສ່ວຍສາອາກອນປະຈໍາແຂວງ ເປັນ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ ແລະ ທ່ານ ບຸນທະສິນ ຈິດວິລະພົນ ຫົວໜ້າຂະແໜງແຜນການ ແລະ ສະຖິຕິ ເປັນຮອງຫົວໜ້າພະແນກການເງິນແຂວງ; ພ້ອມທັງ ມີພິທີເຊັນບົດບັນທຶກມອບຮັບ-ວຽກ ລະຫວ່າງ ຫົວໜ້າພະແນກການເງິນແຂວງຜູ້ເກົ່າ ກັບ ຫົວໜ້າພະແນກການເງິນແຂວງຜູ້ໃໝ່ ແລະ ຫົວໜ້າສ່ວຍສາອາກອນປະຈໍາແຂວງຜູ້ເກົ່າ ກັບ ຫົວໜ້າສ່ວຍສາອາກອນປະຈໍາແຂວງຜູ້ໃໝ່.
ໃນຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ຄໍາເຫັນຈາກ ປະທານ ກອງປະຊຸມ ໂດຍໄດ້ເນັ້ນໜັກເຖິງຄະນະພັກ, ຄະນະນໍາ ຕ້ອງໄດ້ກວດກາຄືນຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ; ປັບປຸງວິທີນໍາພາ, ແບບແຜນວິທີເຮັດວຽກ ໃຫ້ດີຂຶ້ນກວ່າເກົ່າ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ, ວຽກງານອົງການຈັດຕັ້ງມະຫາຊົນ ກໍ່ໃຫ້ມີການເຄື່ອນໄຫວຄຽງຄູ່ກັບວຽກງານວິຊາສະເພາະ, ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແກ່ນ, ຄໍາໂອ້ລົມຂອງຄະນະພັກຂັ້ນເທິງນີ້ ກໍ່ເພື່ອເປັນແນວທາງ ແລະ ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກວິຊາສະເພາະໃນຕໍ່ໜ້າ ພາຍຫຼັງຮັບໜ້າທີ່ໃໝ່ ເພື່ອຮັບປະກັນໃຫ້ວຽກງານມີຜົນສໍາເລັດຕາມລະດັບຄາດໝາຍ.