• ກະຊວງການເງິນ
  • |
  • 2026-05-28
  • |
  • ວຽກຮ່ວມມື

        ໃນວັນທີ 27 ພຶດສະພາ 2026, ໄດ້ມີກອງປະຊຸມ ປຶກສາຫາລືກ່ຽວກັບແຜນງານການຮ່ວມມື ໃນຕໍ່ໜ້າຕາງໜ້າກະຊວງ ນຳໂດຍ ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການກະຊວງການເງິນ ພ້ອມດ້ວຍຄະນະ,​ ຕາງໜ້າຄະນະຜູ້ແທນຈີນ ນຳໂດຍ ທ່ານ ລີ ສ້ຽວ ຈຸນ ຄະນະອະທິການບໍດີ ຫົວໜ້າພາກວິຊາ ການບັນຊີ ມະຫາວິທະຍາ ໄລ ຢຸນນານ ຈາກ ສປ ຈີນ ພ້ອມດ້ວຍຄະນະ.

          ໂອກາດດັ່ງກ່າວ ທ່ານ ສົມຈິດ ຄຳມຸງຄຸນ ໄດ້ມີຄຳເຫັນວ່າ: ຄະນະຮັບຜິດຊອບການຮ່ວມມືລະຫວ່າງກະ ຊວງການເງິນລາວ ແລະ ມະຫາວິທະຍາໄລເສດຖະກິດ-ການເງິນ ຢຸນນານ ສປ ຈີນ ໄດ້ມີການຄົ້ນຄວ້າຫາລື ໃນການກຳນົດ ແຜນການຮ່ວມມື ກໍ່ຄືຄວາມຕ້ອງການການຊ່ວຍເຫຼືອ ຈາກມະຫາວິທະຍາໄລດັ່ງກ່າວ ດັ່ງນີ້: ສະເໜີໃຫ້ມະຫາວິທະຍາໄລ ຢຸນນານ ຊ່ວຍໃນດ້ານການຝຶກອົບຮົມດ້ານການຄຸ້ມຄອງການເງິນແຫ່ງລັດ ຫັນທັນສະໄໝ, ວຽກງານການປະກັນໄພ, ສະເໜີໃຫ້ມີການແລກປ່ຽນບົດຮຽນ ປະສົບການ ດ້ານການຄຸ້ມຄອງລາຍຮັບ-ລາຍຈ່າຍ, ແລກປ່ຽນບົດຮຽນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສະເໜີຂໍທຶນຍົກລະດັບພະນັກງານໄປສຶກສາຂັ້ນປະລິນຍາໂທ ແລະ ປະລິນຍາເອກ.

          ທ່ານ ລີ ສ້ຽວ ຈຸນ ໄດ້ໃຫ້ຄຳເຫັນວ່າ:​ ຈຸດປະສົງຂອງຄະນະຜູ້ແທນມະຫາວິທະຍາໄລເສດຖະກິດ-ການເງິນ ຢຸນນານ ສປ ຈີນ ມາຢ້ຽມຢາມ ກະຊວງການເງິນລາວຄັ້ງນີ້ ກໍ່ແມ່ນປະຕິບັດຕາມແຜນກອບຮ່ວມ MOU ທີ່ສອງຝ່າຍເຊັນຮ່ວມກັນນັ້ນ ໃຫ້ປະກົດຜົນເປັນຈິງ ຊຶ່ງມີຄາດໝາຍລວມຄື: ທາງມະຫາວິທະຍາໄລຢຸນນານ ຈະຊ່ວຍຢັ້ງຢືນບັດພະນັກງານກ່ຽວກັບການບັນຊີ, ຈະຊ່ວຍກະຊວງການເງິນໃນການຄົ້ນຄວ້າອອກແບບ ມາດຖານການບັນ ຊີ, ຊ່ວຍຍົກລະດັບມາດຖານຄູ່ມືການຮຽນ-ການສອນດ້ານວິຊາການບັນຊີ. ຈຸດປະສົງສຳຄັນໜຶ່ງ ກໍ່ຄື ມາສຶກສາຂໍ້ມູນ ຄວາມເປັນໄປໄດ້ ເພື່ອຈະເປີດສາຂາ ມະຫາວິທະຍາໄລເສດຖະກິດ-ການເງິນ ຢຸນນານ ສປ ຈີນ ຢູ່ ສປປລາວ ໂດຍຈະສົ່ງຊ່ຽວຊານ ຄູສອນຈາກ ມະຫາວິທະຍາໄລ ມາສິດສອນຢູ່ລາວ.

          ພ້ອມນັ້ນທ່ານ ຍັງໄດ້ເອກກະພາບ ແລະ ຍິນດີສະໜັບສະໜູນ ທຸກຂໍ້ສະເໜີ ແລະ ພ້ອມໃຫ້ການຊ່ວຍ ເຫຼືອ ລັດຖະບານລາວ ແລະ ຈະໄດ້ສືບຕໍ່ ລົງເລິກເຮັດວຽກ ກັບກົມກ່ຽວຂ້ອງຢ່າງລະອຽດເພື່ອ ນຳເອົາຂໍ້ມູນໄປ ຄົ້ນຄວ້າ ສັງລວມ ເພື່ອສະເໜີຕໍ່ການນຳຂັ້ນສູງ ສປ ຈີນພິຈາລະນາຕາມລຳດັບ ຫວັງຢ່າງຍິ່ງວ່າ ດ້ວຍສາຍພົວການຮ່ວມມື ອັນພິເສດ ຄູ່ຮ່ວມສະຕາກຳອັນດຽວ ທີ່ດີຕະຫຼອດມາ ບັນດາແຜນງານ ການຮ່ວມມືຂອງສອງຝ່າຍໃນຄັ້ງນີ້ ແລະ ຕໍ່ໜ້າຈະສາມາດເກີດດອກອອກຜົນ ປະກົດຜົນທີ່ດີຂຶ້ນເປັນກ້າວໆ.

          ພ້ອມດຽວກັນນັ້ນ ຄະນະຜູ້ແທນຍັງໄດ້ ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນເສດຖະກິດ-ການເງິນ ອີກດ້ວຍ.

ພາບ-ຂ່າວ: ວັນຊະນະ

© 2025 Copyright: ກະຊວງການເງິນ, ສປປ ລາວ