ໃນວັນທີ 26 ພຶດສະພາ 2026, ທີ່ໂຮງແຮມ ສຸພັດຕາ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະ ແນະນຳນິຕິກຳລຸມກົດໝາຍ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ, ມີຄະນະກົມ, ຫົວໜ້າ, ຮອງຫົວໜ້າສ່ວຍສາອາກອນ ບັນດາປະຈຳແຂວງ ແລະ ນະຄອນຫຼວງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ຄຳພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມດັ່ງກ່າວວ່າ: ຂະແໜງສ່ວຍສາອາກອນເປັນເສນາທິການທີ່ສຳຄັນໃຫ້ແກ່ກະຊວງການເງິນ ໃນການຈັດເກັບລາຍຮັບງົບປະມານຂອງຊາດ. ຍ້ອນສະພາບເສດຖະກິດທັງພາຍໃນ ແລະ ສາກົນມີການປ່ຽນແປງຕະຫຼອດເວລາ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ປະຕິຮູບວຽກງານສ່ວຍສາອາກອນຄືນໃໝ່ໃຫ້ສອດຄ່ອງ ສະພາບການໃນແຕ່ລະໄລຍະຕົວຈິງ. ກົດໝາຍອາກອນມູນຄ່າເພີ່ມ (ອມພ) ແມ່ນນິຕິກຳໜຶ່ງທີ່ມີການປັບປຸງຫຼາຍຄັ້ງທີ່ທີ່ຜ່ານມາເປັນເຄື່ອງມືທີ່ມີປະສິດທິພາບໃນການຄຸ້ມຄອງລາຍຮັບສ່ວຍສາອາກອນ. ກອງປະຊຸມໃນຄັ້ງນີ້, ໄດ້ເຜີຍແຜ່ນິຕິກຳລຸ່ມກົດໝາຍ 02 ສະບັບ ທີ່ຜ່ານການຮັບຮອງຢ່າງເປັນທາງການ ຄື: ນອກຈາກນີ້, ຍັງໄດ້ມີການແນະນຳກ່ຽວກັບ ໃບເກັບເງິນເອເລັກໂຕຣນິກ (E-tax Invoice) ຊຶ່ງເປັນວຽກງານສຳຄັນທີ່ຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມຕ້ອງໄດ້ປະຕິບັດຄວບຄູ່ໄປກັບການຫັກ ອາກອນມູນຄ່າເພີ່ມ ສົ້ນເຂົ້າແບບກຳນົດ. ພ້ອມນັ້ນ, ກອງປະຊຸມຍັງໄດ້ທາບທາມ ຮ່າງ ນິຕິກຳໃຕ້ກົດໝາຍ ອີກ 03 ສະບັບ ຄື: 1) ຮ່າງ ຄຳແນະນຳ ກ່ຽວກັບການປະຕິບັດອາກອນມູນຄ່າເພີ່ມ ຂອງຂະແໜງນໍ້າມັນ, 2) ຮ່າງ ຄຳແນະນຳ ການຈັດຕັ້ງປະຕິບັດ ອາກອນມູນຄ່າເພີ່ມ ຂອງທຸລະກິດ ຄຳ, 3) ຮ່າງ ປັບປຸງ ຄຳແນະນຳ ສະບັບເລກທີ 1939/ກງ, ລົງວັນທີ 12 ເມສາ 2021 ວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ. ກອງປະຊຸມເຜີຍແຜ່ ແລະ ທາບທາມບັນດານິຕິກຳດັ່ງກ່າວ ສຸດທີມີຄວາມໝາຍສຳຄັນແນ່ໃສເຮັດໃຫ້ພະນັກງານຂອງຂະແໜງສ່ວຍສາອາກອນໄດ້ລົງເລີກດ້ານວິຊາການເພື່ອຜັນຂະຫຍາຍ ແລະ ປັບປຸງ ຮ່າງ ເນື້ອໃນນິຕິກຳດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ, ສອດຄ່ອງກັບສະພາບການຂະຫຍາຍຕົວເສດຖະກິດໃນແຕ່ລະໄລຍະໃຫ້ເປັນເຄື່ອງມືຄຸ່ມຄອງລາຍຮັບງົບປະມານແຫ່ງລັດໃຫ້ມີປະສິດທິຜົນສູງຕາມທິດສ້າງເປັນເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ກອງປະຊຸມເຜີຍແຜ່ ແລະ ທາບທາມນິຕິກຳຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ໂດຍຜ່ານທະນາຄານໂລກ, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີຣົບ. ຕ້ອນທ້າຍ ກອງປະຊຸມປະທານກອງປະຊຸມໄດ້ເນັ້ນໜັກໃຫ້ພະນັກງານຂະແໜງສ່ວຍສາອາກອນທັງສູນກາງ ແລະ ທ້ອງຖິ່ນ ຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ນຳເອົາເນື້ອໃນຈິດໃຈຂອງນິຕິກຳເຫຼົ່ານີ້ໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດວຽກງານຕົວຈິງໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນສູງສຸດ.





