• ກົມພາສີ
  • |
  • 2026-05-26
  • |
  • ວຽກຮ່ວມມື

        ໃນວັນທີ 25 ພຶດສະພາ 2026, ກົມພາສີ ກະຊວງການເງິນ ຮ່ວມກັບ ໂຄງການໄຈກາ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້: ການບໍລິຫານບຸກຄະລາກອນ ໃຫ້ພະນັກງານ-ລັດຖະກອນ ກົມພາສີ ເພື່ອສ້າງເປັນຄູຝຶກ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ, ມີທ່ານ ອາກິ ຢາມາໂມໂຕ, ຊ່ຽວຊານໄຈກາ ປະຈໍາກົມພາສີ, ຄະນະຄູຝຶກຈາກກົມພາສີ ຍີ່ປຸ່ນ ແລະ ນັກສຳມະນາກອນຂອງຂະແໜງພາສີ ເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ໄດ້ກ່າວຄຳເຫັນເປີິດຊຸດຝຶກອົບຮົມໃນຄັ້ງນີ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມສຳຄັນ ໃນການຜັນຂະຫຍາຍແຜນພັດທະນາ ຂະແໜງພາສີ ໃນໄລຍະປີ 2026-2030 ໂດຍສະເພາະແມ່ນ ການພັດທະນາບຸກຄະລາກອນຂະແໜງພາສີ ໃຫ້ມີຄວາມຮູ້ ແລະ ທັກສະສາຕອບສະໜອງໃຫ້ແກ່ຫນ້າທີ່ວຽກງານຂະແໜງພາສີ, ເຊິ່ງໄດ້ເນັ້ນ 6 ກຸ່ມວຽກຕົ້ນຕໍ ຄື: 1) ສາລະບານສິນຄ້າລະບົບເອກະພາບ ແລະ ການຈຸດລະຫັດສິນຄ້າ, 2) ການກໍານົດມູນຄ່າແຈ້ງພາສີ, 3) ການກໍານົດແຫຼ່ງກໍາເນີດສິນຄ້າ, 4) ຂັ້ນຕອນ-ລະບຽບການ ການແຈ້ງພາສີ, 5) ການບໍລິຫານຄວາມສ່ຽງ, 6) ການກວດກາຫຼັງການແຈ້ງພາສີ ແລະ ວຽກຫັນເປັນທັນສະໄໝ.

        ການພັດທະນາບຸກຄະລາກອນ ໃຫ້ທັນກັບຍຸກດີຈີຕອນ ແມ່ນຄວາມເປັນພາວະວິໄຊທີເຊື່ອມໂຍງ ໃນສະພາບການເສດຖະກິດ ເຊື່ອມຈອດກັບພາກພື້ນ ແລະ ກັບສາກົນ, ຈຶ່ງເປັນພາລະກິດຫຼັກ ທີ່ຕ້ອງໃຫ້ຄວາມສຳຄັນ ແລະ ຍົກລະດັບວຽກງານດັ່ງກ່າວ, ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງບໍລິຫານວຽກງານຂະແໜງພາສີໃຫ້ມີປະສິດທິພາບສູງຕາມມາດຕະຖານສາກົນຂອງພະນັກງານ, ການເພີ່ມທະວີການບໍລິການ ໃຫ້ແກ່ຜູ້ເສຍພາສີ ໃຫ້ມີຄວາມສະດວກ ແລະ ໂປ່ງໃສ. 

        ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນ ແລະ ຊ່ຽວຊານ ຈາກກົມພາສີປະເທດຍີ່ປຸ່ນ ທາງດ້ານວິຊາການ ແລະ ງົບປະມານ ເພື່ອຊ່ວຍໃຫ້ການພັດທະນາບຸກຄະລາກອນ ໃນການຝຶກອົບຮົມ ການສ້າງເປັນຄູຝຶກໃນຄັ້ງນີ້ ກ້າວໜ້າໄປຢ່າງຕໍ່ເນື່ອງ, ທຽບທັນກັບພາກພື້ນ ແລະ ສາກົນ. 

        ພ້ອມນີ້, ປະທານກອງປະຊຸມ ຍັງເນັ້ນໜັກໃຫ້ ນັກສໍາມະນາກອນ, ຜູ້ເຂົ້າຮ່ວມຝຶກອົບຮົມ ແລກປ່ຽນປະສົບການ ແລະ ຖອດຖອນ, ນໍາເອົາຄວາມຮູ້ ໄປປະຍຸກໃຊ້ໃນວຽກງານຈິງ ພັດທະນາບຸກຄະລາກອນໃຫ້ກາຍເປັນກໍາລັງແຮງອັນສໍາຄັນໃຫ້ແກ່ ພະນັກງານຂະແໜງພາສີ ປະຕິບັດໜ້າທີໃຫ້ມີປະສິດທິພາບສູງຕາມທິດຫັນການເງິນແຫ່ງລັດເປັນທັນສະໄໝ.

        ການຝຶກອົບຮົມໃນຄັ້ງນີ້ ແມ່ນຈັດຂຶ້ນເປັນເວລາ 05 ວັນ ນັບແຕ່ວັນທີ 25-29 ພຶດສະພາ 2026.

© 2025 Copyright: ກະຊວງການເງິນ, ສປປ ລາວ