• ກົມຄຸ້ມຄອງການບັນຊີ
  • |
  • 2026-05-25
  • |
  • ວຽກວິຊາສະເພາະ

         ໃນວັນທີ 22 ພຶດສະພາ 2026, ກົມຄຸ້ມຄອງການບັນຊີກະຊວງການເງິນ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍການບັນຊີ ແລະ ທາບທາມ ຮ່າງ ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບກ່ຽວກັບການບັນຊີ ແລະ ການກວດສອບອິດສະລະ, ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ອຸດອນ ທຳມະວົງສາ ຫົວໜ້າກົມຄຸ້ມຄອງການບັນຊີ, ທ່ານ ຮອງຫົວໜ້າພະແນກການເງິນນະຄອນຫຼວງ, ມີຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງການເງິນ, ຫົວໜ້າຫ້ອງການການເງິນເມືອງ ແລະ ສະພາປະຊາຊົນຄອນຫຼວງ ເຂົ້າຮ່ວມ.     

        ໃນກອງປະຊຸມ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ປະທານກອງປະຊຸມໄດ້ກ່າວວ່າ: ເພື່ອເປັນການສຶບຕໍ່ຄົ້ນຄວ້າປັບປຸງ ຮ່າງ ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການບັນຊີ ແລະ ການກວດສອບອິດສະລະ ໃຫ້ມີເນື້ອໃນຄົບຖ້ວນ, ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ, ເຮັດໃຫ້ວຽກງານການບັນຊີ ຫັນເຂົ້າສູ່ການຄຸ້ມຄອງ ບົນພື້ນຖານຕາມກົດໝາຍ, ລະບຽບການກຳນົດອອກໃນແຕ່ລະໄລຍະ, ຮັບປະກັນການຈັດຕັ້ງປະຕິບັດວຽກງານບັນຊີ ແລະ ການກວດສອບອິດສະລະ ມີຄວາມໂປ່ງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ທັນກໍານົດເວລາ. ທັງເປັນເຄື່ອງມືໃນການຄຸ້ມຄອງການເງິນ ແລະ ຊຸກຍູ້ການຖືບັນຊີ ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

        ໃນໂອກາດນີ້, ທ່ານ ອຸດອນ ທຳມະວົງສາ ຫົວໜ້າກົມຄຸ້ມຄອງການບັນຊີ ໄດ້ໃຫ້ຮູ້ວ່າ: ຈຸດປະສົ່ງໃນກນເຜີຍແຜ່ກົດໝາຍ ແລະ ທາບທາມ ດຳລັດວ່າດ້ວຍ ດັ່ງກ່າວເພື່ອຜັນຂະຫຍາຍ ກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ສະບັບເລກທີ 46/ສພຊ, ລົງວັນທີ 20 ພະຈິກ 2023 ແລະ ກົດໝາຍວ່າດ້ວຍການກວດສອບອິດສະລະ (ສະບັບປັບປຸງ) ສະບັບເລກທີ 73/ສພຊ, ລົງວັນທີ 11 ທັນວາ 2024 ເຮັດໃຫ້ການຄຸ້ມຄອງວຽກງານການບັນຊີ ມໃີຄວາມກະທັດກຸມ ແລະ ທັງເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ ກວດກາ ການຖືບັນຊີຂອງບັນດາຫົວໜ່ວຍຖືບັນຊີ ແລະ ການດັດສົມ ບັນດາວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມກົດໝາຍ, ຢ່າງເຄັ່ງຄັດ, ໂປ່ງໃສ ແລະ ສອດຄ່ອງກັບ ມາດຕະຖານວິຊາຊີບດ້ານການບັນຊີ ແລະ ການກວດສອບ ກຳນົດອອກແຕ່ໄລະຍະ, ເຊິ່ງເປັນປະໂຫຍດສຳຄັນ ໃຫ້ແກ່ຕິດຕາມກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຢ່າງມີປະສິດທິພາບ.

        ໃນກອງປະຊຸມ ໄດ້ລົງເລີກຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປກົງມາຕໍ່ ຮ່າງ ດຳລັດດັ່ງກ່າວ ເພື່ອປັບປຸງໃນ ຮ່າງ ດໍາລັດສະບັບດັ່ງກ່າວ ໃຫ້ມີເນື້ອໃນ ແລະ ຄົບຖ້ວນສົມບູນ, ຍົກບັນຫາຄວາມເປັນຈິງທີ່ເກີດຂື້ນ ຫຼື ບັນຫາທີ່ພົບເຫັນຢູ່ຂັ້ນທ້ອງຖິ່ນ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ມາດຕະການປັບໃໝຕ່າງໆໃນໄລຍະຜ່ານມາ ເພື່ອສະເໜີຄະນະຮັບຜິດຊອບນໍາໄປສັງລວມ, ເປັນຂໍ້ມູນ ແລະ ເປັນບ່ອນອີງໃນການປັບປຸງ ຮ່າງ ດຳລັດ ດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ. 

© 2025 Copyright: ກະຊວງການເງິນ, ສປປ ລາວ