ໃນວັນທີ 25 ພຶດສະພາ 2026, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມ ຊຸດທີ 5 ປະຈໍາປີ 2026 ໃນ ການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (TaxRIS)ຂື້ນ, ໂດຍການເປັນປະທານຂອງ ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຮັບຜິດຊອບ ພ້ອມດ້ວຍວິທະຍາກອນ ກົມສ່ວຍສາອາກອນ ແລະ ນັກສໍາມະນາກອນ ຈາກບັນດາເມືອງ ຈຳນວນ 22 ເມືອງ ເຊິ່ງມີ 7 ເມືອງຂອງ ແຂວງຜົ້ງສາລີ, 05 ເມືອງ ຂອງແຂວງບໍ່ແກ້ວ ແລະ 10 ເມືອງ ຂອງແຂວງຫົວພັນ ເຂົ້າຮ່ວມ.
ໃນຊຸດຝຶກອົບຮົມຄັ້ງນີ້ ເພື່ອເປັນການຫັນເອົາວຽກງານເກັບລາຍຮັບຊັບສິນມາເຂົ້າໃນລະບົບ TaxRIS ເປັນການປັບປຸງກົນໄກ ການແຈ້ງ-ມອບ ໃຫ້ມີຄວາມສະດວກ, ທັງເປັນການຍົກລະດັບ ລະບົບໃຫ້ສາມາດເກັບກໍາຂໍ້ມູນໄດ້ກວ້າງຂວາງຫຼາຍຂຶ້ນ ເພື່ອນໍາໃຊ້ໃນການເຮັດ ວິເຄາະ-ວິໄຈ, ການເຊື່ອມຕໍ່ ລະບົບຕ່າງໆຈາກທັງພາຍນອກ ແລະ ພາຍໃນກະຊວງການເງິນ ເຊື່ອມກັບລະບົບ TaxRIS. ຈາກສະພາບການປັບປຸງ, ປ່ຽນແປງ ຈຶ່ງໄດ້ ຈັດຊຸດຝຶກອົບຮົມຄັ້ງນີ້ຂື້ນເພື່ອ ສ້າງຜູ້ຊຳນານງານ, ຜູ້ທີ່ນຳໃຊ້ຕົວຈິງ ທີ່ຈະເປັນຂົວຕໍ່ ໃນການຜັນຂະຫຍາຍບັນດາບົດຮຽນຕ່າງໆ ທີ່ ນັກວິທະຍາກອນ ຈະໄດ້ຖ່າຍທອດໃຫ້ ໃນໄລຍະ 5 ວັນ.
ເຊິ່ງການອັບເດດໃໝ່ ຂອງແຕ່ລະໂມດູນ ປະກອບມີ: ການປັບປຸງຂໍ້ມູນຜູ້ເສຍອາກອນ; ການໂອນຫົວໜ່ວຍ; ການເບິ່ງສະຖິຕິ; ການອອກໃບແຈ້ງມອບ ອາກອນມູນຄ່າເພີ່ມ; (ປ່ຽນຈາກ 28 ຫ້ອງມາເປັນ 21 ຫ້ອງ); ການອອກໃບແຈ້ງມອບລາຍຮັບຊັບສິນ (ຟອມ N); ການອອກໃບແຈ້ງມອບອາກອນປະເພດອື່ນໆ (ຟອມ M ທີ່ມີການປັບປຸງ ກົນໄກການປ້ອນຂໍ້ມູນເພີ່ມເຕີມ); ການເບິ່ງບົດລາຍງານ ຈາກແຕ່ລະໂມດູນ; ການດັດແກ້ ແລະ ຍົກເລີກໃບແຈ້ງ; ການຍົກເລີກຄ່າປັບໄໝຕ່າງໆ; ລວມທັງ ການອອກບົດບັນທຶກກວດກາ ແລະ ການດຶງເອົາຂໍ້ມູນ ຈາກລະບົບ ເພື່ອໄປເຮັດການກວດກາໄລ່ລຽງຕ່າງໆ.
ໂອກາດນີ້, ທ່ານ ຮອງຫົວໜ້າກົມສ່ວຍສາອາກອນ ຍັງໄດ້ເນັ້ນໃຫ້ນັກສຳມະນາກອນ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ ແລະ ແລກປ່ຽນບົດຮຽນ ກັບນັກວິທະຍາກອນ ຢ່າງເລິກເຊິ່ງ, ເຮັດແນວໃດ ໃຫ້ສາມາດເກັບກ່ຽວ ເອົາບົດຮຽນໄປນໍາໃຊ້ ແລະ ສາມາດຖ່າຍທອດຕໍ່ ໃຫ້ໄດ້ໝາກຜົນສຸງສຸດ ແລະ ເຮັດໃຫ້ວຽກງານບໍລິການຜູ້ເສຍອາກອນ ເຂັ້ມແຂງຂຶ້ນເປັນກ້າວໆ.
![]() | ![]() |

