ໃນວັນທີ 22 ພຶດສະພາ 2026, ກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່, ແນະນໍາ ການສ້າງແຜນງົບປະມານໄລຍະກາງ ປີ 2027-2029 ໃຫ້ແກ່ບັນດາກະຊວງ, ອົງການຈັດຕັ້ງ ຂັ້ນສູນກາງ ໂດຍການເປັນປະທານ ຂອງທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ, ມີຕາງໜ້າຈາກຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ບັນດາກະຊວງ, ອົງການ ຂັ້ນສູນກາງ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ໜູເຊີຍ ພົມສີຈັນ ໃຫ້ຮູ້ວ່າ: ເພື່ອຮັບປະກັນການສ້າງແຜນງົບປະມານໄລຍະກາງ ປີ 2027-2029 ໃຫ້ຖືກຕ້ອງຕາມຂັ້ນຕອນການສ້າງແຜນງົບປະມານແຫ່ງລັດ ທີ່ກົດໝາຍວ່າດ້ວຍງົບປະມານ ແລະ ດຳລັດການສ້າງແຜນງົບປະມານກຳນົດ. ຊຶ່ງໃນການສ້າງແຜນງົບປະມານຂອງຫົວໜ່ວຍງົບປະມານຂັ້ນສູນກາງ ແມ່ນກ້າວເຂົ້າປີທີ 5 ທີ່ໄດ້ສ້າງແຜນງົບປະມານຂອງຂະແໜງການຕົນ ຕາມແບບຟອມທີ່ເປັນເອກະພາບ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າການສ້າງແຜນງົບປະມານດຳເນີນຕາມແຜນວຽກ, ແຜນງານ, ແຜນກິດຈະກຳ ແລະ ສາມາດຄຸ້ມຄອງງົບປະມານ ໃຫ້ເຊື່ອມສານກັບແຜນວຽກຈຸດສຸມ ແລະ ແຜນຍຸດທະສາດຂອງຂະແໜງຕົນເອງ, ພ້ອມນັ້ນ ຍັງສາມາດອະທິບາຍໄດ້ເຖິງການເພີ່ມຂຶ້ນ ຫຼື ຫຼຸດລົງ ຂອງລາຍຈ່າຍພາກຕ່າງໆ, ການສັງລວມແຜນງົບປະມານຂອງບັນດາກະຊວງ, ອົງການ ມີຄວາມວ່ອງໄວຂຶ້ນ, ສາມາດລາຍງານຕໍ່ລັດຖະບານ ແລະ ສະເໜີຕໍ່ສະພາແຫ່ງຊາດ ໄດ້ຕາມລະດັບຄາດໝາຍ.
ການສ້າງແຜນງົບປະມານໄລຍະກາງຢູ່ຂັ້ນສູນກາງ ມາຮອດປັດຈຸບັນເຫັນໄດ້ວ່າ ມີຫຼາຍຫົວໜ່ວຍງົບປະມານຂັ້ນໜຶ່ງມີຄວາມເຂັ້ມແຂງ, ມີຄວາມເຂົ້າໃຈ, ເອົາໃຈໃສ່ປ້ອນຂໍ້ມູນຖືກຕ້ອງ ແລະ ຄົບຖ້ວນ, ແຕ່ກໍ່ຍັງມີບາງຫົວໜ່ວຍທີ່ຍັງບໍ່ທັນເຂົ້າໃຈເລິກເຊິ່ງ ຕໍ່ການຈັດຕັ້ງປະຕິບັດຂອດຄວາມເຂົ້າໃຈຕໍ່ແຜນງານຫຼັກ, ແຜນງານຍ່ອຍ ແລະ ແຜນກິດຈະກໍາ ຊຶ່ງເຮັດໃຫ້ບໍ່ສາມາດຜັນຂະຫຍາຍແຜນວຽກຈຸດສຸມ ຫຼື ຍຸດທະສາດ ຂອງຂະແໜງການຕົນເຂົ້າໃນແບບຟອມຕາມຕາຕະລາງການສ້າງແຜນກຳນົດໄວ້ ແລະ ຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ, ຄວາມເອົາໃຈໃສ່ໃນການສຶກສານໍາໃຊ້ຕາຕະລາງແບບຟອມຍັງເບົາບາງ.
ສະນັ້ນ, ເພື່ອແກ້ໄຂຈຸດຄົງຄ້າງດັ່ງກ່າວ ກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກຂະແໜງການ ຍົກສູງຄວາມຮັບຜິດຊອບໃນການສ້າງ ແລະ ຈັດສັນງົບປະມານ ໂດຍເນັ້ນໃສ່ວຽກງານບຸລິມະສິດ, ຮັບປະກັນຄວາມຖືກຕ້ອງ, ຊັດເຈນ ແລະ ສອດຄ່ອງກັບຫຼັກການປະຢັດ, ຕ້ານການຟູມເຟືອຍຢ່າງເຂັ້ມງວດ. ນອກຈາກນີ້, ໃນກອງປະຊຸມ, ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ຮ່ວມຖອດຖອນບົດຮຽນ ແລະ ນຳສະເໜີບົດຮຽນຕົວຈິງ ກ່ຽວກັບການຜັນຂະຫຍາຍການສ້າງແຜນງົບປະມານລົງສູ່ຫົວໜ່ວຍງົບປະມານຂັ້ນ 2 ແລະ ຫົວໜ່ວຍຂຶ້ນກັບ. ພ້ອມທັງໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການກວດສອບແຫ່ງລັດ ເພື່ອເຮັດໃຫ້ການສ້າງແຜນງົບປະມານໃນຕໍ່ໜ້າມີປະສິດທິຜົນສູງສຸດ.