• ກະຊວງການເງິນ
  • |
  • 2026-05-21
  • |
  • ວຽກວິຊາສະເພາະ

    

        ໃນວັນທີ 21 ພຶດສະພາ 2026, ຄະນະຄົ້ນຄ້ວາປັບປຸງຮ່າງກົດໝາຍວ່າດ້ວຍການຈັດຊື້ຈັດຈ້າງ (ກະຊວງການເງິນ ຮ່ວມກັບ ກະຊວງຍຸຕິທໍ)າ ໄດ້ຈັດກອງປະຊຸມປຶກສາຫາ ລື ແລະ ທາບທາມຄໍາເຫັນໃສ່ “ຮ່າງ” ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ) ທີ່ແຂວງຈຳປາສັກ ຊຶ່ງເປັນການທາບທາມຮ່າງກົດໝາຍດັ່ງກ່າວກັບຂະແໜງການທ້ອງຖິ່ນເປັນຈຸດສຸດທ້າຍ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ພ້ອມດ້ວຍບັນດາກົມກ່ຽວຂ້ອງ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ປະກອບມີ: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ເຂົ້າຮ່ວມ.

                 ໃນກອງປະຊຸມ, ທ່ານ ຄໍາພັນ ບຸນພາຄົມ ໃຫ້ຮູ້ວ່າ: ກົດຫມາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ເປັນເຄື່ອງມືສໍາຄັນເພື່ອໃຫ້ວຽກງານຈັດຊື້-ຈັດຈ້າງ ຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການນໍາໃຊ້ທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທໍາ, ໂປ່ງໃສ ແລະ ສາ ມາດກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເປັນຢ່າງດີ; ແຕ່ຄຽງຄູ່ກັບດ້ານຕັ້ງໜ້າກໍຍັງມີບາງເນື້ອໃນ ທີ່ບໍ່ທັນສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນເຮັດໃຫ້ມີບາງຂໍ້ຈໍາກັດບໍ່ທັນເອກະພາບທາງດ້ານເນື້ອໃນ ແລະ ການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ: ນະໂຍບາຍຂອງລັດຖະບານ ກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສົ່ງເສີມໃຫ້ມີຄຸນນະພາບ, ນຳໃຊ້ລະບົບເຕັກນິກ, ເຕັກໂນໂລຊີ ທີ່ທັນສະໄໝ ແລະ ຕາມທິດສີຂຽວ ແລະ ຍືນຍົງ; ການກໍານົດຂອບເຂດການນໍາໃຊ້ກົດໝາຍ: ໃຫ້ມີຄວາມຊັດເຈນ ແລະ ມິຄວາມລະອຽດຈະແຈ້ງ; ວິທີການ ແລະ ຮູບແບບການຈັດຊື້-ຈັດຈ້າງ: ໃຫ້ມີຄວາມຄ່ອງຕົວ ແລະ ວ່ອງໄວຂຶ້ນ; ກົນໄກການຄຸ້ມຄອງ ແລະ ກົນໄກການຮ້ອງທຸກ: ໃຫ້ກຳນົດຈະແຈ້ງ; ການກໍານົດ ແລະ ການຄຸ້ມຄອງຂອບເຂດລາຄາຫົວໜ່ວຍ; ການສ້າງແຜນ ແລະ ການຈັດຕັັັັັັັັັັັ້ງປະຕິບັດການຈັດຊື້-ຈັດຈ້າງ; ການປະກາດ, ການແຈກຢາຍ ແລະ ການຂາຍຊອງປະມູນ; ການຄໍ້າປະກັນການປະຕິບັດສັນຍາ  ແລະ ມາດຕາອື່ນໆ.

   ຊຶ່ງໃນການປະກອບຄຳເຫັນຕໍ່ຮ່າງປັບປຸງກົດໝາຍສະບັບນີ້ ຈະເປັນບາດກ້າວສໍາຄັນໃນການປັບປຸງລະບົບການບໍລິຫານລັດໃນເບື້ອງ ການຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ, ມີຄວາມທັນສະໄໝ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືຜູ້ປະກອບການທຸລະກິດທີ່ຕິດພັນກັບ ການຈັດຊື້-ຈັດຈ້າງຂອງລັດ. ສະນັ້ນໂຄງສ້າງຂອງ ຮ່າງ ແລະ ເນື້ອໃນຕົ້ນຕໍທີ່ໄດ້ມີການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບປັບປຸງ ເຊິ່ງໄດ້ຕັດອອກ 11 ມາດຕາ, ປັບປຸງ 32 ມາດຕາ ແລະ ເພີ່ມເຂົ້າໃໝ່ 51 ມາດຕາ ແລະ ຮັກສາໄວ້ຄືເກົ່າ 48 ມາດຕາ. ສະນັ້ນ ໂຄງສ້າງຂອງ ຮ່າງ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດສະບັບປັບປຸງໃໝ່ ປະກອບມີ 14 ພາກ, 21 ໝວດ ແລະ 131 ມາດຕາ. ເຊິ່ງເປັນນິຕິກໍາ ສໍາຄັນທີ່ສຸດ.

ໃນວາລະກອງປະຊຸມ ໄດ້ມີການແລກປ່ຽນຄຳຄິດເຫັນ ຢ່າງກົງໄປກົງມາ ຍົກບັນຫາຕົວຈິງ ເພື່ອພ້ອມກັນປັບປຸງ ຮ່າງກົດໝາຍດັ່ງກ່າວ ໃຫ້ມີຄວາມຖືກຕ້ອງສອດຄ່ອງ ແທດເໝາະກັບການຈັດຕັ້ງປະຕິບັດ ແລະ ສາມາດເປັນບ່ອນອີງ ທີ່ດີໃຫ້ຂະແໜງການກ່ຽວຂ້ອງໄດ້ຢ່າງຄ່ອງຕົວ.

© 2025 Copyright: ກະຊວງການເງິນ, ສປປ ລາວ