ໃນລະຫວ່າງວັນທີ 19-20 ພຶດສະພາ 2026, ຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍງົບປະ ມານແຫ່ງລັດ ຮ່ວມກັບ ກະຊວງຍຸຕິທຳ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງ “ຮ່າງ” ກົດ ໝາຍ ວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ(ສ້າງໃໝ່). ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນຳລວມ ແລະ ທ່ານ ຄໍາພັນ ບຸນມາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ; ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການ, ພະແນກການ ແລະ ວິຊາການ ຈາກກະຊວງຍຸຕິທຳ, ສະພາແຫ່ງຊາດ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ພາຍໃຕ້ການສະໜັບສະໜູນຈາກໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຂອງກະ ຊວງການຕ່າງປະ ເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.
ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ເນັ້ນໜັກວ່າ: ການປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດໃນຄັ້ງນີ້ ແມ່ນເພື່ອໃຫ້ສອດຄ່ອງກັບການປັບປຸງລັດຖະທຳມະນູນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ສາລະບານບັນຊີ-ງົບປະມານສະບັບປັບປຸງໃໝ່ ແລະ ຕິດພັນໂດຍກົງກັບການໂຮມກັນລະຫວ່າງ ກະຊວງການເງິນ ແລະ ກະຊວງແຜນ ການ ແລະ ການລົງທຶນ ໂດຍສະເພາະແມ່ນການກຳນົດຂອບເຂດຄວາມຮັບຜິດຊອບຂອງກະຊວງໃຫ້ຊັດເຈນ ພ້ອມທັງເປັນການຫັນເປັນນິຕິກຳເພື່ອຮອງຮັບທິດທາງ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ, ມີຄວາມຮັດກຸມ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນຜ່ານມາ ບົນພື້ນຖານການປັບປຸງຫຼັກການຄຸ້ມຄອງງົບປະມານແຫ່ງລັດໃຫ້ມີປະສິດທິພາບສູງຂຶ້ນ. ໃນກອງປະຊຸມ, ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກົດໝາຍ (ກະຊວງຍຸຕິທຳ) ໄດ້ຂຶ້ນລາຍງານສະພາບຄວາມເປັນມາ, ເຫດຜົນ, ຄວາມຈຳເປັນ, ໂຄງຮ່າງ ແລະ ເນື້ອໃນຂອງ “ຮ່າງ” ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດດັ່ງກ່າວ.
ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວຢ່າງກົງໄປກົງມາ, ສ້າງສັນ ແລະ ມີຄວາມເປັນເອກະພາບສູງ ຕໍ່ກັບຄວາມສອດຄ່ອງທາງດ້ານກົດໝາຍ ເພື່ອເຮັດໃຫ້ ທັງ 2 ຮ່າງກົດໝາຍສະບັບນີ້ມີຄວາມສົມບູນຮຽບຮ້ອຍ ແລະ ສາ ມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີຜົນສັກສິດໃນຕໍ່ໜ້າ.
ພາບ-ຂ່າວ: ວັນຊະນະ