ໃນວັນ 20 ພຶດສະພາ 2026 ໄດ້ເປີດ ຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງຊາຍແດນ, ສ້າງຄວາມເຂົ້າໃຈກ່ຽວກັບການຮ່ວມມືທີ່ສຳຄັນໃນພາກພື້ນ ແລະ ສາກົນ ຍົກສູງຄງາມຮັບຮູ້ກ່ຽວກັບເຄື່ອງມື ການຄຸ້ມຄອງດ່ານຊາຍແດນແບບປະສານງານ, ໂດຍການເປັນປະທານຂອງ ທ່ານ ພົມມະຈັກ ສີພັນດອນ ຮອງຫົວໜ້າກົມພາສີ ມີ ທ່ານ ນາງ ຢຸຣິ ຊູຊູກິ ຕາງໜ້າອົງການໄຈກ້າ ປະຈຳ ສປປ ລາວ, ທ່ານ ອາກິ ຢາມາໂມໂຕ້ ຊ່ຽວຊານອົງການໄຈກ້າ ປະຈຳກົມພາສີລາວ ພ້ອມດ້ວຍ ຄະນະພະແນກພະແນກອ້ອມຂ້າງກົມພາສີ ແລະ ຄະນະຊ່ຽວຊານຈາກອົງການ ໄຈກ້າ ເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້, ເປັນການສ້າງຄວາມເຂັ້ມແຂງການບໍລິຫານງານພາຍໃນດ່ານ ໃນການຍົກລະດັບຂີດຄວາມສາມາດ ຂອງພະນັກງານດ່ານ ໃຫ້ສາມາດປັບຕົວ ແລະ ຕອບສະໜອງ ຕໍ່ການພັດທະນາ ຂອງການຄ້າ ແລະ ການຮ່ວມມືສາກົນ ທີ່ກຳລັງເຕີບໂຕຢ່າງວອງໄວ.
ໃນປັດຈຸບັນ ການຄ້າລະຫວ່າງປະເທດ ມີການເຊື່ອມໂຍງ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງໂດຍສະເພາະ ໃນພາກພື້ນແມ່ນ້ຳຂອງ ທີ່ກຳລັງກ້າວໄປສູ່ ການເຊື່ອມໂຍງ ທາງເສດຖະກິດ ຢ່າງເຂັ້ມແຂງ ການອຳນວຍຄວາມສະດວກການຄ້າ (Trade Facilitation) ແລະ ການພັດທະນາ ການຮ່ວມມືດ້ານພາສີ ຈຶ່ງເປັນປັດໃຈຫຼັກ ໃນການຊ່ວຍຫຼຸດຕົ້ນທຶນ, ເວລາ ແລະ ຂັ້ນຕອນ ໃນການຜ່ານດ່ານ.
ການຝຶກອົບຮົມຈະມຸ່ງເນັ້ນ ການບັນຍາຍ ແລະ ການສົນທະນາ ເພື່ອສ້າງພື້ນຖານຄວາມຮູ້ ໃນຫົວຂໍ້ສຳຄັນ ເຊັ່ນ: ການອຳນວຍຄວາມສະດວກການຄ້າ ໃນລະດັບສາກົນ ແລະ ພາກພື້ນ, ກອບການຮ່ວມມືດ້ານພາສີ (Customs Cooperation Frameworks), ແນວທາງປະຕິບັດທີ່ດີ (Best Practices) ແລະ ການປະສານງານ ແລະ ການບໍລິຫານ ໃນດ່ານ ໃຫ້ມີປະສິດທິຜົນ.
ເຊິ່ງຈະດໍາເນີນເປັນເວລາ 02 ວັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ 24 ທ່ານ ຈາກພະແນກອ້ອມຂ້າງກົມພາສີ, ພາສີປະຈຳນະຄອນຫຼວງ ແລະ ດ່ານພາສີຊາຍແດນ. 
ໂອກາດນີ້ ທ່ານ ພົມມະຈັກ ສີພັນດອນ ຮອງຫົວໜ້າກົມພາສີ ສະແດງຄວາມຂອບໃຈ ຕໍ່ອົງການໄຈກາ ແລະ ຊ່ຽວຊານ ທີ່ໄດ້ສະໜັບສະໜູນ ໃນດ້ານວິຊາການ ແລະ ການຈັດຕັ້ງ ພ້ອມທັງເນັ້ນໜັກໃຫ້ ຜູ້ເຂົ້າຮ່ວມທຸກໆທ່ານ, ເອົາໃຈໃສ່ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນກັບຄະນະນັກວິທະຍາກອນ ໃຫ້ຫຼາຍຂື້ນ ເພື່ອຍາດເອົາບົດຮຽນທີ່ເປັນປະໂຫຍດ ໄປໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມໝົດທຸກທ່ານ ໃຫ້ພ້ອມກັນປະຕິບັດລະບຽບຂອງການຝຶກອົບຮົມ ຢ່າງເຂັ້ມງວດ.