• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2026-05-18
  • |
  • ວຽກວິຊາສະເພາະ

 

              ພິທີປະກາດການຈັດຕັ້ງພະນັກງານ ນຳພາ-ຄຸ້ມຄອງ ຂັ້ນຫົວໜ້າກົມ, ຜູ້ອໍານວຍການໃຫຍ່ ບໍລິສັດ ປະກັນໄພ ແຫ່ງປະເທດລາວ ແລະ ພະນັກງານພັກການ-ຮັບອຸນໜູນບໍານານໄດ້ຈັດຂື້ນ ໃນວັນທີ 18 ພຶດສະພາ 2026, ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ມີ ຄະນະປະຈຳພັກກະຊວງ, ຄະນະກົມ, ຫົວໜ້າສູນ ສະຖິຕິແຫ່ງຊາດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ຄະນະພະແນກ ພ້ອມດ້ວຍ ວິສະຫະກິດ ທີ້ຂື້ນກັບ ກະຊວງການເງິນ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະປະຕິຮູບລັດວິສາຫະກິດ ຂັ້ນສູນກາງ ເຂົ້າຮ່ວມ.

     ໃນກອງປະຊຸມໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ 06 ສະບັບວ່າດ້ວຍການໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ດໍາລັດ ວ່າດ້ວຍການແຕ່ງຕັ້ງ ພະນັກງານນຳພາ-ຄຸ້ມຄອງ ຂັ້ນຫົວໜ້າກົມ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ບໍລິສັດ ປະກັນໄພແຫ່ງປະເທດລາວ  ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ ພະນັກງານ-ລັດຖະກອນພັກການຮັບອຸນໜູນບໍານານ.

  • ອິງຕາມ ດຳລັດ ວ່າດ້ວຍການໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ ພະນັກງານ-ລັດຖະກອນພັກການ ຮັບອຸນໜູນບໍານານ ເຊິ່ງມີລາຍຊື່ດັ່ງນີ້:
  1. ທ່ານ ບຸນປະເສີດ ສີກຸນລະບຸດ  ອອກພັກການ-ຮັບອຸດໜູນບໍານານ
  2. ທ່ານ ໄພທູນ ກຸນສຸວັນ         ພັກການ-ຮັບອຸດໜູນບໍານານ
  3. ທ່ານ ບຸນທະວີ ຜັນພາວັນ      ພັກການ-ຮັບອຸດໜູນບໍານານ 
 
  • ອິງຕາມ ດຳລັດ ວ່າດ້ວຍການແຕ່ງຕັ້ງ ຂັ້ນຫົວໜ້າກົມ ແລະ ຂໍ້ຕົກລົງ ວ່າດ້ວຍການ ແຕ່ງຕັ້ງຜູ້ອໍານວຍການໃຫຍ່ ບໍລິສັດ ປະກັນໄພ ແຫ່ງປະເທດລາວ
  1. ທ່ານ ຂັນຄຳ ໄຊຍະວົງ       ເປັນ ຫົວໜ້າກົມກວດກາລັດ 
  2. ທ່ານ ອຸດອນ ທຳມະວົງ      ເປັນ ຫົວໜ້າກົມຄຸ້ມຄອງການບັນຊີ 
  3. ທ່ານ ສີຈັນທາ ທຳມະວົງ  ເປັນ ຫົວໜ້າກົມແຜນການ
  4. ທ່ານ ລຽນທອງ ສຸພານີ      ເປັນ ຫົວໜ້າກົມສະຖິຕິ ເສດຖະກິດ ແລະ ສັງຄົມ
  5. ທ່ານ ຄຳພັນ ພັນທຸລັກ        ເປັນ ຫົວໜ້າກົມສ່ວຍສາອາກອນ
  6. ທ່ານ ນາງ ປອ ແສງອາລຸນ ອິນມີໄຊ  ເປັນຜູ້ອໍານວຍການໃຫຍ່ ບໍລິສັດ ປະກັນໄພ ແຫ່ງປະເທດລາວ

     ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ  ມີຄຳເຫັນໂອ້ລົມ ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳພາ-ຊີ້ນຳ ຜ່ານມາເຊິ່ງຍາດໄດ້ຜົນສຳເລັດຫຼາຍດ້ານ ພ້ອມນັ້ນ ຍັງໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດ ໃຫ້ກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ນຳໄປເປັນບ່ອນອິງໃນການ ນຳພາ-ຄຸ້ມຄອງ ແລະ ນຳໄປຈັດຕັ້ງປະຕິບັດ ໃນຄວາມຮັບຜິຊອບຂອງຕົນໃຫ້ມີຜົນສຳເລັດໃຫຍ່ກວ່າເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ