• ກະຊວງການເງິນ
  • |
  • 2026-05-18
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 13 ພຶດສະພາ 2026, ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ຄົນໃໝ່ ໄດ້ຕ້ອນຮັບການເຂົ້າລາຍງານວຽກຂອງ ທ່ານ ຈັນທະພອນ ຄໍາມະນີຈັນ, ຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະຫ້ອງການ, ຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

       ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ ເປັນເສນາທິການ ໃຫ້ແກ່ສູນກາງພັກ, ລັດຖະບານ ແລະ ກະຊວງການເງິນ ໃນການພົວພັນຮ່ວມມືກັບ ສສ ຫວຽດນາມ, ການກຳນົດນະໂຍບາຍ ແລະ ແຜນການຮ່ວມມືທະວິພາຄີ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ທຶນກູ້ຢືມຢ່າງມີຈຸດສຸມ, ການຈັດຕັ້ງຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງ ແລະ ໂຄງການຮ່ວມມືຕ່າງໆ ທີ່ລັດຖະບານທັງສອງປະເທດໄດ້ລົງນາມຮ່ວມກັນ ໃຫ້ເກີດໝາກຜົນຕົວຈິງ

 

        ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນທີ່ຍາດມາໄດ້ ແລະ ຄວາມເອົາໃຈໃສ່ຂອງຄະນະນຳ ກໍ່ຄືພະນັກງານທັງໝົດ ໃນໄລຍະຜ່ານມາ, ພ້ອມທັງໄດ້ລົງເລິກຊີ້ນໍາໃນການກໍານົດວຽກງານຈຸດສຸມ, ໂຄງການບູລິມະສິດ ໂດຍປະຕິບັດຕາມທິດຊີ້ນໍາຂອງສອງພັກ, ສອງລັດຖະບານ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ເປັນຕົ້ນໂຄງການເຊື່ອມໂຍງ, ເຊື່ອມຈອດສອງພື້ນຖານເສດຖະກິດ ລາວ ແລະ ຫວຽດນາມ. 

        ຕອນທ້າຍທ່ານໄດ້ເນັ້ນໜັກໃຫ້ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ  ຈົ່ງສືບຕໍ່ຮັກສາມູນເຊື້ອໃນການປະຕິບັດວຽກງານ, ຍົກສູງຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງໃນການເປັນເສນາທິການທີ່ດີ, ຍົກລະດັບກົນໄກການເຮັດວຽກປະສານງານລະຫວ່າງພາກສ່ວນຕ່າງໆໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດ ທິພາບສູງຂຶ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃຫ້ສໍາເລັດຕາມແຜນການດ້ວຍຄຸນນະພາບ ແລະ ມີປະສິຜົນສູງ.

© 2025 Copyright: ກະຊວງການເງິນ, ສປປ ລາວ