• ກະຊວງການເງິນ
  • |
  • 2026-05-15
  • |
  • ວຽກວິຊາສະເພາະ

        ໃນວັນທີ 15 ພຶດສະພາ 2026,ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງ ການເງິນ ຄັ້ງທີ 02 ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,  ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີສະຫາຍ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ພ້ອມດ້ວຍຄະນະບໍລິຫານງານພັກກະຊວງເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້, ເປັນບາດກ້າວສໍາຄັນໃນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ສະໄໝທີ IV ໃຫ້ເປັນ ແຜນງານ ແລະ ໂຄງການລະອຽດລາຍງານບັນດາເອກະສານສໍາຄັນຕໍ່ກອງປະຊຸມ ເພື່ອຄົ້ນຄວ້າມີຄໍາຄິດ-ຄໍາເຫັນ ເພື່ອສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍ ໂດຍສະເພາະບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຄັ້ງທີ IV, ແຜນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຕິດພັນກັບຂະແໜງການເງິນ.

        ຈາກນັ້ນ, ໄດ້ຮັບຟັງການສັງເກດຕີລາຄາໂດຍສັງເຂບ ໃນການ ນໍາພາ-ຊີ້ນໍາ ຂອງບັນດາສະຫາຍຄະນະບໍລິຫານງານພັກກະຊວງການເງິນ ທີ່ຮັບຜິດຊອບ ຢູ່ແຕ່ລະຂົງເຂດ ເປັນຕົ້ນ: ຂົງເຂດລາຍຮັບ, ລາຍຈ່າຍ, ຂົງເຂດວຽກງານຮ່ວມມື ສາກົນ, ວຽກງານຫັນເປັນທັນສະໄໝ, ວຽກງານສະຖິຕິ ແລະ ວຽກງານປິ່ນອ້ອມອື່ນໆ.

        ໂອກາດນີ້ ສະຫາຍ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນໂອ້ລົມ ເຖິງ ຜົນສໍາເລັດທີ່ຍາດມາໄດ້, ບັນດາຜົນງານທີ່ ນໍາສະເໜີ, ລາຍງານຕໍ່ກອງປະຊຸມ ຕ້ອງໄດ້ພິຈາລະນາຄວາມເປັນຈິງ. ພ້ອມນີ້ ສະຫາຍຍັງໃຫ້ທິດທາງ ແລະ ມາດຕະການໃນຕໍ່ໜ້າ ໃນການປະຕິບັດວຽກງານ ໂດຍມີຈຸດສຸມດັ່ງນີ້:

 ດ້ານລາຍຮັບ: ສູ້ຊົນໃຫ້ລາຍຮັບງົບປະມານບໍ່ຫຼຸດ ໃນແຜນການປີ ໂດຍການຂະຫຍາຍຖານລາຍຮັບໃໝ່ (ອາກອນທີ່ດິນ, ສິ່ງແວດລ້ອມ), ເລັ່ງການຫັນເປັນທັນສະໄໝ ແລະ ນຳໃຊ້ໃບເກັບເງິນເອເລັກໂຕຣນິກໃຫ້ຄົບຖ້ວນ.

ດ້ານລາຍຈ່າຍ:ປັບປຸງຂອດການອະນຸມັດ ແລະ ເບີກຈ່າຍຜ່ານລະບົບທັນສະໄໝ ເພື່ອຄວາມໂປ່ງໃສ ແລະ ປະຢັດມັດທະຍັດ

ການຄຸ້ມຄອງໜີ້ສິນ: ເປັນເຈົ້າການໃນການປະເມີນ ແລະ ປັບໂຄງສ້າງໜີ້ສິນສາທາລະນະ, ຢຸດຕິການກູ້ຢືມທີ່ມີດອກເບ້ຍສູງ ແລະ ບໍ່ມີປະສິດທິຜົນ.

 ການພັດທະນາບຸກຄະລາກອນ: ເນັ້ນການສ້າງພະນັກງານທີ່ມີຄຸນສົມບັດ ແລະ ຄວາມຮູ້ຄວາມສາມາດແທ້ຈິງ, ປະຕິບັດນະໂຍບາຍ "ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ" ໂດຍຖືເອົາຜົນປະໂຫຍດສ່ວນລວມເປັນທີ່ຕັ້ງ

ການສ້າງເສດຖະກິດເອກະລາດ: ສືບຕໍ່ຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ເປັນຮູບປະທໍາ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ແລະ ຈັດຕັ້ງປະຕິບັດຄຳຂວັນທີ່ວ່າ: “ຍົກສູງບົດບາດການນຳພາຂອງພັກ, ຕັ້ງໜ້າເປັນເຈົ້າຕົນເອງບຸກທະລຸ ຄຸ້ມຄອງການເງິນພາກລັດ ເປັນທັນສະໄໝ, ຍູ້ແຮງການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ” ໃຫ້ປາກົດຜົນເປັນຈິງ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ