ໃນວັນທີ 13 ພຶດສະພາ 2026, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອຮັບ ທ່ານ ເປໂດຣ ສະວາເລັນ (Pedro Swahlen) ເອກອັກຄະລັດຖະທູດສະວິດເຊີແລນປະຈຳ ສປປ ລາວ ເຂົ້າຢ້ຽມອໍາລາ ເນື່ອງໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ທ່ານ ເປໂດຣ ສະວາເລັນ ທີ່ໄດ້ປະຕິບັດໜ້າທີ່ການທູດ ອັນມີກຽດຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ ໂດຍສະເພາະແມ່ນຜົນງານໃນການເສີມສ້າງການພົວພັນຮ່ວມມືໃນຫຼາຍດ້ານ ເຊິ່ງລັດຖະບານສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບການຮ່ວມມືໃນການພັດທະນາ ເພື່ອແນໃສ່ບັນລຸການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ແຕ່ລະໄລຍະ ໂດຍໄດ້ສຸມໃສ່ 03 ຂົງເຂດທີ່ສຳຄັນ ເຊັ່ນ: 1) ການພັດທະນາເສດຖະກິດແບບມີສ່ວນຮ່ວມ; 2) ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດ; 3) ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ. ນອກນັ້ນ, ຍັງຖືເອົາ ສປປ ລາວ ເປັນປະເທດບູລິມະສິດ ທີ່ໄດ້ຮັບການຊ່ວຍເຫຼືອພາຍໃຕ້ແຜນງານການຮ່ວມມືໃນພາກພື້ນແມ່ນ້ຳຂອງປະເທດສະວິດເຊີແລນ ໃນສົກປີ 2022-2025 ທີ່ຜ່ານມາ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການປະເມີນຂອງ ກ່ຽວກັບວຽກງານຄຸ້ມຄອງການເງິນພາກລັດຂອງຊ່ຽວຊານ ໂດຍສະເພາະການຄຸ້ມຄອງ ແລະ ພັດທະນາໃນຂັ້ນທ້ອງຖິ່ນ ຊຶ່ງເປັນສິ່ງສຳຄັນຢ່າງຍິ່ງໃນການສ້າງແຜນງານ/ໂຄງການຊ່ວຍເຫຼືອຂອງສະວິດເຊີແລນ ໃນຂົງເຂດວຽກງານດັ່ງກ່າວໃນຕໍ່ໜ້າ.
ໃນຕອນທ້າຍ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີມງານທີ່ເຮັດໜ້າທີ່ສະໜັບສະໜູນ ເຮັດວຽກຢ່າງໄກ້ຊິດກັບລັດຖະບານ ສປປ ລາວ ຕະຫຼອດໄລຍະ 20 ປີຜ່ານມາ ແລະ ສືບຕໍ່ການຮ່ວມມືອັນດີງາມ ເພື່ອຮັດແໜ້ນການຮ່ວມມືສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມທັງສະແດງຄວາມຂອບໃຈ ແລະ ຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ເອົາໃຈໃສ່ສຸມທຸກເຫື່ອແຮງ ແລະ ສະຕິປັນຍາໃນການສ້າງສາຍພົວພັນ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ລາວ-ສະວິດເຊີແລນ ໃນໄລຍະທີ່ ທ່ານ ປະຕິບັດໜ້າທີ່ການທູດໃນໄລຍະ 3 ປີຜ່ານມາ ແລະ ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນໜ້າທີ່ໃໝ່ຂອງທ່ານ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍຫຼັງກັບຄືນປະເທດແລ້ວ ຈະສືບຕໍ່ນໍາໃຊ້ປະສົບການ ແລະ ຄວາມສາມັກຄີຮັກແພງອັນເປັນມູນເຊື້ອ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ສະວິດເຊີແລນ.