• ກະຊວງການເງິນ
  • |
  • 2026-05-13
  • |
  • ວຽກວິຊາສະເພາະ

         ໃນວັນທີ 13 ພຶດສະພາ 2026, ໄດ້ຈັດກອງປະຊຸມທາບທາມຄຳເຫັນຕໍ່ຮ່າງຄຳແນະນຳວ່າດ້ວຍການກຳນົດລາຄາໂອນ ແລະ ຄຳແນະນຳວ່າດ້ວຍອາກອນກຳໄລຂັ້ນຕ່ຳພາຍໃນປະເທດ ໂດຍການເປັນປະທານ ຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ, ມີຕາງໜ້າຈາກຫ້ອງການກະຊວງການເງິນ, ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກົມພາສີ, ສ່ວຍສາອາກອນນະຄອນຫຼວງວຽງຈັນ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ທະນາຄານໂລກ ແລະ ສະຫະພາບເອີຣົບ ປະຈໍາ ລາວ, ຫົວໜ່ວຍວິສາຫະກິດຂະໜາດໃຫຍ່;

          ໂອກາດນີ້ ທ່ານ ສຸພັນ ວິລະວົງ ໄດ້ມີຄຳເຫັນວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ທາບທາມ ແລະ ຮັບຟັງຄຳຄິດຄຳເຫັນຈາກບັນດາທ່ານ ທັງພາກລັດ ແລະ ເອກະຊົນ ຕໍ່ເນື້ອໃນຮ່າງ ຄຳແນະນຳວ່າດ້ວຍ             ການກຳນົດລາຄາໂອນ ແລະ ຄຳແນະນຳວ່າດ້ວຍອາກອນກຳໄລຂັ້ນຕ່ຳພາຍໃນປະເທດ, ຊຶ່ງເປົ້າໝາຍແມ່ນເພື່ອເປັນການຄຸ້ມຄອງ ການຄິດໄລ່, ການເກັບ, ການແຈ້ງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດການກຳນົດລາຄາໂອນລະຫວ່າງກຸ່ມບໍລິສັດຂ້າມຊາດ  ແລະ ການຊອກຫາ ອາກອນກຳໄລຂັ້ນຕ່ຳສ່ວນເພີ່ມພາຍໃນປະເທດ

ການທາບທາມໄດ້ລົງເລິກເຖິງຄວາມໝາຍຂອງ ການກໍານົດລາຄາໂອນ ແລະ ອາກອນກໍາໄລຂັ້ນຕໍ່າພາຍໃນປະເທດ; ການກໍານົດລາຄາໂອນ; ອັດຕາອາກອນກໍາໄລຂັ້ນຕໍ່າຕ່າງໆ;  ຄວາມສໍາຄັນຂອງ ການກໍານົດລາຄາໂອນ ແລະ ອາກອນກໍາໄລຂັ້ນຕໍ່າພາຍໃນປະເທດ; ຄວາມຈໍາເປັນຂອງການກໍານົດລາຄາໂອນ.

ເພື່ອສະກັດກັ້ນການເຄື່ອນຍ້າຍກຳໄລ: ບໍລິສັດຂ້າມຊາດມັກອາໄສຊ່ອງຫວ່າງໃນໄລຍະທີ່ບໍ່ມີລະບຽບການຄຸ້ມຄອງ ເພື່ອເຄື່ອນຍ້າຍກຳໄລ ຫຼື ດັດປັບມູນຄ່າການສະໜອງບໍລິການລະຫວ່າງບໍລິສັດໃນກຸ່ມຂອງຕົນ ເພື່ອຫຼີກລ້ຽງອາກອນ. ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ: ການປຽບທຽບລາຄາໃຫ້ເປັນລາຄາຕະຫຼາດ; ການຄຸ້ມຄອງການແຈ້ງມອບ: ເພື່ອໃຊ້ເປັນບ່ອນອີງໃນການຄຸ້ມຄອງການຄິດໄລ່, ການເກັບ, ການແຈ້ງມອບ ແລະ ຕິດຕາມກວດກາທຸລະກຳລະຫວ່າງກຸ່ມບໍລິສັດຂ້າມຊາດ; ຄວາມຈຳເປັນຂອງອາກອນກຳໄລຂັ້ນຕ່ຳ; ຄວາມຈໍາເປັນໃນການຮ່າງຄໍາແນະນໍາ ວ່າດ້ວຍ ການກໍານົດລາຄາໂອນ ແລະ ຄໍາແນະນຳວ່າດ້ວຍອາກອນກຳໄລຂັ້ນຕ່ຳພາຍໃນປະເທດ

ການມີນິຕິກຳນີ້ຍັງເປັນບາດກ້າວສຳຄັນຂອງແຫຼ່ງລາຍຮັບໃໝ່ເຂົ້າງົບປະມານແຫ່ງລັດ. ພ້ອມດຽວກັນນັ້ນ, ກໍເພື່ອເຮັດໃຫ້ ມີຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດຮອງຮັບການປະກາດໃຊ້ກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບໃໝ່ຢ່າງມີປະສິດທິພາບ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍຍົກບັນຫາຄວາມເປັນຈິງ   ທີ່ເກີດຂື້ນ ຫຼື ບັນຫາທີ່ພົບເຫັນ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ສະເໜີ ເພື່ອແນໃສ່ປັບປຸງ ຮ່າງຄໍາແນະນໍາດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງສອດຄ່ອງ ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ.

© 2025 Copyright: ກະຊວງການເງິນ, ສປປ ລາວ