ໃນວັນທີ 11 ພຶດສະພາ 2026, ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ໄດ້ຕ້ອນຮັບການມາເຄື່ອນໄຫວຂອງຄະນະວິຊາການ ຈາກກົມສ່ວຍສາອາກອນ ກະຊວງການເງິນ ສສ ຫວຽດນາມນໍາໂດຍ ທ່ານ ເລືອງ ງອກ ເທີ ຫົວໜ້າພະແນກ, ພະແນກຄຸ່ມຄອງສ່ວຍສາອາກອນ ເລກ 1, ກົມຄຸ້ມຄອງວິສາຫະກິດຂະໜາດໃຫຍ່, ກົມສ່ວຍສາອາກອນ-ຫົວໜ້າຄະນະ ໂດຍໃຫ້ກຽດຕາງໜ້າຕ້ອນຮັບ ຂອງ ທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ.
ການມາເຄື່ອນໄຫວຂອງຄະນະວິຊາການ ກົມສ່ວຍສາອາກອນ ສສ ຫວຽດນາມ ໃນຄັ້ງນີ້, ພາຍໃຕ້ການຮ່ວມມືຂອງທັງສອງກະຊວງການເງິນ ສປປ ລາວ-ສສ ຫວຽດນາມ, ທັງເປັນການສືບຕໍ່ ແລະ ສ້າງແຜນການຮ່ວມມື ປະຈຳປີ 2026 ແລະ ແຜນການຮ່ວມມື 2026-2030 ລະຫວ່າງກົມສ່ວຍສາອາກອນຂອງ ສປປ ລາວ ແລະ ກົມສ່ວຍສາອາກອນ ສສ ຫວຽດນາມ ຈຶ່ງໄດ້ສົມທົບ ແລະ ເປັນເອກະພາບກັນ ໃນການຈັດຕັ້ງດຳເນີນກອງປະຊຸມວິຊາການຄັ້ງນີ້, ເພື່ອເປັນການເກັບກຳຂໍ້ມູນສະພາບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນຕົວຈິງຂອງ ສປປ ລາວ ໃນປັດຈຸບັນ ແລະ ປຶກສາຫາລືຮ່ວມກັນ ໃຫ້ມີຄວາມເປັນເອກະພາບໃນການກຳນົດແຜນກິດຈະກຳ ແລະ ຫົວຂໍ້ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ຈະບັນຈຸເຂົ້າແຜນຮ່ວມມື ແລະ ຈັດຕັ້ງປະຕິບັດຕໍ່ໜ້າ.
ສະນັ້ນ, ຈະໄດ້ສຸມໃສ່ບັນດາໜ້າວຽກຫຼັກ ເປັນຕົ້ນແມ່ນ: ເກັບກຳຂໍ້ມູນຮູບແບບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ພື້ນຖານໂຄງລ່າງລະບົບໄອທີ ຂອງຂະແໜງສ່ວຍສາອາກອນ ແລະ ຂະແໜງການອື່ນທີ່ຕິດພັນ ຂອງ ສປປ ລາວ, ສຶກສາການຈັດຕັ້ງປະຕິບັດຕົວຈິງໃນວຽກງານຄຸ້ມຄອງສ່ວຍສາອາກອນ ທີ່ຕິດພັນກັບກິດຈະການ ຮ້ານຊື້-ຂາຍຄຳ, ນ້ຳມັນເຊື້ອໄຟ, ອະສັງຫາລິມະຊັບ ແລະ ເອກະພາບຕໍ່ແຜນການຮ່ວມມື 2026-2030 ນຳອີກດ້ວຍ.
![]() | ![]() |

