• ກະຊວງການເງິນ
  • |
  • 2026-05-07
  • |
  • ວຽກຮ່ວມມື

       ສະຫາຍ ສົມຈິດ ຄຳມຸງຄຸນ  ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຫົວໜ້າຫ້ອງການ ກະຊວງການເງິນ ພ້ອມດ້ວຍຄະນະຕິດຕາມ ລົງເຄືອນໄຫວ ແລະ ຮ່ວມເຮັດວຽກກັບຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງ ສອງຄະນະຊາວໜຸ່ມ ໃຫ້ນັບມື້ນັບເຂັ້ມແຂງ ແລະ ພັດທະນາຂື້ນ.

 

ໃນກອງປະຊຸມ, ສະຫາຍ ຄໍາພວງ ອໍາຄາທອງຄໍາ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນຜ່ານມາ, ດ້ານກົງຈັກການຈັດຕັ້ງ ແມ່ນໄດ້ຮັບການປັບປຸງ ແລະ ປະຕິບັດຕາມລະບຽບກົດໝາຍຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງຫົວພັນ ໂດຍ ຖືເອົາວຽກງານ ສືກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກຊາວໜຸ່ມ ເຊື່ອມຊືມນະໂຍບາຍພັກ-ລະບຽບກົດໝາຍຂອງລັດ ກໍ່ຄືມະຕິຄຳສັງຂອງຂັ້ນເທິງວາງອອກ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາ ຂອງພັກ-ລັດເປັນຢ່າງດີ, ສະມາຊີກຊາວໜຸ່ມໃນທົ່ວແຂວງ ໄດ້ຮັບການຝຶກອົບຮົມ ພື້ນຖານວິຊາຊີບ ເພື່ອສ້າງອາຊີບ-ສ້າງວຽກເຮັດງານທຳ ໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ໄດ້ສ້າງຂະບວນການປະກອບສ່ວນເຂົ້າໃນວຽກງານລວມຂອງ ແຂວງ ແລະ ເມືອງ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ-ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.

        ໂອກາດນີ້, ທ່ານ ສົມຈິດ ຄຳມຸງຄຸນ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ໃຫ້ຄະນະຊາວໜຸ່ມແຂວງໄດ້ເອົາໃຈໃສ່ຕື່ມໃນການລົງເຜີຍແຜ່ ການກຳນົດເອົາລະບຽບກົດໝາຍ, ສິດ ແລະ ໜ້າທີ່ ຂອງຕົນຂັ້ນຮາກຖານຈົນຮອດທ້ອງຖິ່ນ, ຈັດຝຶກອົບຮົມໃຫ້ຊາວໜຸ່ມ-ໄວໜຸ່ມ ຢູ່ເຂດຫ່າງໄກຊອກຫຼີກ ໃຫ້ທົ່ວເຖີງ ແລະ ຫຼາຍຂື້ນ ໃຫ້ມີວຽກເຮັດງານທຳ ທີ່ດີ ຫ່າງໄກຈາກສິ່ງມົ້ວສຸມ ທີ່ຜິດຕໍ່ລະບຽບກົດໝາຍ. ເພື່ອສ້າງໃຫ້ສັງຄົມມີຄວາມສີວິໄລ ແລະ ມີການພັດທະນາໄປຕາມຍຸກສະໄໝ ຊ່ວຍສ້າງສາ ພັດທະນາປະເທດຊາດຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົວເອງເທື່ອລະກ້າວ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ