ໃນລະຫວ່າງວັນທີ 07-08 ພຶດສະພາ 2026 ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ພ້ອມດ້ວຍຄະນະກົມກ່ຽວຂ້ອງຈາກສູນກາງ ແລະ ຄະນະຕິດຕາມ ລົງຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ - ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂອງຂະແໜງການເງິນ ຢູ່ແຂວງຫົວພັນ.
ໂອກາດດັ່ງກ່າວ ທ່ານ ສົມຈິດ ຄຳມຸງຄຸນ ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງການ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ປອ ບຸນວິໄຊ ກົງປາລີ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການ ປົກຄອງແຂວງຫົວພັນ ທີ່ ຫ້ອງວ່າການປົກຄອງແຂວງ ເພື່ອລາຍງານການລົງຊຸກຍູ້ວຽກງານ ຄັ້ງນີ້ ພ້ອມທັງຮັບທິດຊີ້ນຳຈາກທ່ານ ຮອງປະທານຄະນະກຳມະການ ປົກຄອງແຂວງໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ມີຄວາມສະດວກຫຼາຍຂື້ນ.
![]() |
ໃນວາລະດຽວກັນ ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງຂະແໜງການເງິນ ແລະ ດໍາເນີນກອງປະຊຸມ ແລກປ່ຽນດ້ານວິຊາການ ຮ່ວມກັບພະແນກການເງິນ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ.
ໂອກາດນີ້ ທ່ານ ພອນປະດິດ ສໍວັນໄຊ ຮອງພະແນກການເງິນ ແຂວງຫົວພັນ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ 3 ເດືອນຕົ້ນປີ ເຊິ່ງໃນປີ 2026 ເປັນປີທຳອິດຂອງການຈັດຕັ້ງຜັນຂະຫຍາຍແຜນພັດທະນເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ( 2026-2030) ໂດຍໄດ້ສຸມໃສ່ພັດທະນາຕາມ 5 ທ່າແຮງຂອງແຂວງຄື 1. ທ່າແຮງທາງດ້ານກະສິກໍາ ແລະ ສິ່ງ ແວດລ້ອມ, 2. ທ່າແຮງທາງດ້ານອຸດສາຫະກຳປຸງແຕ່ງ ແລະ ການສົ່ງອອກ, 3. ທ່າແຮງທາງດ້ານຫັດຖະກຳ, 4. ທ່າແຮງທາງດ້ານການທ່ອງທ່ຽວ, 5. ທ່າແຮງທາງດ້ານພະລັງງານໄຟ້າຟ້າ. ຜ່ານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 03 ເດືອນຕົ້ນປີ ໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມ 06 ເປົ້າໝາຍ ໂດຍສະເພາະ ແມ່ນຂະແໜງການທີ່ສໍາຄັນປາຍແຫຼມ ແລະ ບັນດາວຽກຈຸດສຸມ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ມີຄຳເຫັນໂອ້ລົມວ່າ: ໃຫ້ພະແນກການເງິນແຂວງ ສືບຕໍ່ຈັດຕັ້ງປະຕິບັດ ບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026, ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 177/ສພຊ, ລົງວັນທີ 21 ພະຈິກ 2025 ໂດຍສຸມໃສ່ບາງວຽກງານບູລິມະສິດຕົ້ນຕໍ, ປະຕິບັດລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນ ສູ້ຊົນປະຕິບັດ ບັນດາມາດຕະການ ແລະ ຄາດໝາຍທີ່ໄດ້ກຳນົດ ຕາມມະຕິຂອງສະພາແຫ່ງຊາດ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແມ່ນໃຫ້ເພີ່ມທະວີການຊຸກຍູ້ຕິດຕາມຢ່າງໃກ້ສິດໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານຕ່າງໆ ທີ່ກຳນົດໃວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຂອງແຂວງ. ຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງຂະແໜງການເງິນ ເປັນຕົ້ນແມ່ນສືບຕໍ່ຜັນຂະຫຍາຍວຽກງານ 3 ສ້າງ ຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາດ້ານການເງິນ.
