ໃນວັນທີ 6 ພຶດສະພາ 2026, ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຮ່ວມມືລາວ-ຈີນ (ຄລຈ) ຄົນໃໝ່ ໄດ້ຕ້ອນຮັບການເຂົ້າລາຍງານວຽກຂອງຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ນຳໂດຍທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ພ້ອມດ້ວຍຄະນະນໍາຫ້ອງການ ແລະ ບັນດາຫົວໜ້າພະແນກ ຈາກ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ. ໃນໂອກາດດັ່ງກ່າວ, ທ່ານ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ລາຍງານໃຫ້ຊາບເຖິງ ພາລະບົດບາດອັນສຳຄັນ ແລະ ຜົນງານຕົວຈິງ ຂອງ ຄະນະກໍາມະການຮ່ວມມືລາວ-ຈີນ (ຄລຈ) ໃນນາມທີ່ເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຊີ້ນຳ, ຄົ້ນຄວ້າ, ປະສານງານ ແລະ ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດວຽກງານການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກນິກ-ວິທະຍາສາດ ແລະ ວັດທະນະທຳ-ສັງຄົມ ລະຫວ່າງ ສປປ ລາວ ແລະ ສປ ຈີນ; ເຊິ່ງຕະຫຼອດໄລຍະຜ່ານມາ ຄລຈ ຖືເປັນກົງຈັກການຈັດຕັ້ງໜຶ່ງທີ່ມີບົດບາດອັນສໍາຄັນ ໃນການເພີ່ມພູນຄູນສ້າງ ສາຍພົວພັນການຮ່ວມມືລະຫວ່າງລາວ-ຈີນ ແລະ ໄດ້ມີໝາກຜົນຕົວຈິງ ທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ: ໄດ້ເປັນເສນາທິການ ໃນການຄຸ້ມຄອງ ແລະ ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ຈາກ ສປ ຈີນ, ເຊິ່ງຜ່ານມາ ແມ່ນມີຫຼາຍໂຄງການທີ່ພົ້ນເດັ່ນ ໃນຂອບເຂດທົ່ວປະເທດ ທັງເປັນໂຄງການຕົວແບບ ເປັນສັນຍາລັກແຫ່ງການຮ່ວມມືຂອງສອງປະເທດ ແລະ ເປັນໂຄງການທີ່ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ ປະຊາຊົນສອງຊາດ; ນອກນັ້ນ, ຄລຈ ກໍ່ຍັງໄດ້ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃນການແກ້ໄຂບັນຫາ ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ວຽກງານການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຈີນ; ເປັນເຈົ້າການໃນການປະສານງານ ປະຕິບັດກົນໄກການຮ່ວມມືທີ່ກ່ຽວຂ້ອງກັບຄູ່ຮ່ວມມືຝ່າຍຈີນ ໂດຍສະເພາະ ແມ່ນກົນໄກຄະນະກໍາມະການຮ່ວມມືລາວ-ຈີນ ແລະ ຈີນ-ລາວ, ກົນໄກຄະນະປະສານງານພາກເໜືອ ສປປ ລາວ ກັບ ແຂວງຢູນນານ ສປ ຈີນ ແລະ ກົນໄກການຮ່ວມມືອື່ນໆ; ຊ່ວຍປະສານງານຊຸກຍູ້ ການຮ່ວມມືລະຫວ່າງ ຂະແໜງການ ແລະ ທ້ອງຖິ່ນຂອງສອງຝ່າຍ ໃຫ້ມີການໄປມາຫາສູ່ ແລະ ມີການຮ່ວມມືຕົວຈິງນໍາກັນຫຼາຍຂື້ນຢ່າງຮອບດ້ານ. ຜ່ານການຮັບຟັງການລາຍງານ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຮ່ວມມືລາວ-ຈີນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນທີ່ຍາດມາໄດ້ ແລະ ຄວາມເອົາໃຈໃສ່ຂອງຄະນະນຳ ກໍ່ຄືພະນັກງານທັງໝົດຂອງ ຄລຈ ໃນໄລຍະຜ່ານມາ; ພ້ອມທັງໄດ້ລົງເລິກເຈາະຈີ້ມບາງວຽກງານໃນຕໍ່ໜ້າທີ່ເປັນບູລິມະສິດທີ່ພົ້ນເດັ່ນ, ໂດຍສະເພາະແມ່ນວຽກງານການຮ່ວມມືພັດທະນາພື້ນຖານໂຄງລ່າງ ຢູ່ເຂດດ່ານຊາຍແດນບໍ່ເຕ່ນ-ບໍ່ຫານ, ເປັນຕົ້ນ ແມ່ນ ໂຄງການອາຄານກວດກາຮ່ວມຈຸດດຽວຄັ້ງດຽວ ຢູ່ ດ່ານສາກົນທາງລົດໄຟລາວ-ຈີນ ແລະ ອື່ນໆ. ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຮ່ວມມືລາວ-ຈີນ ກໍ່ໄດ້ໂອ້ລົມ ແລະ ມີທິດຊີ້ນຳ ໂດຍເນັ້ນໜັກໃຫ້ ຄລຈ ແລະ ຫ້ອງການ ຄລຈ ຈົ່ງສືບຕໍ່ຮັກສາມູນເຊື້ອໃນການປະຕິບັດວຽກງານ, ຍົກສູງຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງໃນການເປັນເສນາທິການທີ່ດີ, ຍົກລະດັບກົນໄກການເຮັດວຽກປະສານງານລະຫວ່າງພາກສ່ວນຕ່າງໆໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິພາບສູງຂຶ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃຫ້ສໍາເລັດຕາມແຜນການດ້ວຍຄຸນນະພາບ ແລະ ມີປະສິພາບສູງ.
